Homeຂ່າວພາຍ​ໃນຮອບຊິງຊະນະເລີດ ລາວ ພົບ ເນປານໃນການແຂ່ງຂັນເຕະບານ ຊິງຂັນນາຍົກເນປານ

ຮອບຊິງຊະນະເລີດ ລາວ ພົບ ເນປານໃນການແຂ່ງຂັນເຕະບານ ຊິງຂັນນາຍົກເນປານ

Published on

ໃນວັນທີ 28 ເມສາ ທີ່ຜ່ານມາ, ໃນການແຂ່ງຂັນບານເຕະ ຊິງຂັນຍົກປະເທດເນປານ ເປັນການພົບກັນລະຫວ່າງ ທີມຊາດ Nepal (ເຈົ້າພາບ) ພົບ Bhutan ຜ່ານການແຂ່ງຂັນຜົນປະກົດວ່າ ພູຖານ ສ້າງເກມໄດ້ດີ ແລະ ຍິງນຳ ເນປານ ໄປກ່ອນ 1 – 0 ຈົນມາຮອດນາທີສຸດທ້າຍກ່ອນທົດເວລາບາດເຈັບ ຖືກເຈົ້າພາບຍິງປະຕູຕີສະເໝີ 1-1 ກ່ອນໝົດເວລາການແຂ່ງຂັນ ແລະ ແບ່ງແຕ້ມກັນໄປ.

ສຳລັບ ພູຖານທີ່ເສຍໃຫ້ລາວນັດທີ່ຜ່ານມາ 1 – 2 ປະຕູລວມການແຂ່ງຂັນທີ່ສະເໝີໃນນັດທີ 2 ບໍ່ສາມາດເຂົ້າຮອດຮອບຊິງໄດ້ ເນື່ອງຈາກປະເທດເນປານທີ່ເອົາຊະນະ ທີມຊາດລາວ ມາກ່ອນ 2:0 ປະຕູ ຈຶ່ງເຮັດໃຫ້ ເຈົ້າພາບ ໄດ້ເຂົ້າຊິງກັບ ປະເທດລາວ ໃນວັນສຸກ 31 ມີນາ 2023 ເວລາ 18:45 ໂມງ.

ສະຫຼຸບຄະແນນການແຂ່ງຂັນທີ່ຜ່ານມາ: ເນປານ ແຂ່ງສອງນັດມີ 4 ຄະແນນ, ລາວ ແຂ່ງສອງນັດມີ 3 ຄະແນນ, ພູຖານ ແຂ່ງສອງນັດມີ 1 ຄະແນນ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...