spot_img
Homeແຈ້ງການແຈ້ງງງການພັກໂຮງຮຽນຊົ່ວຄາວ ໃນລະຫວ່າງວັຍທີ 28-29 ມີນາ 2023

ແຈ້ງງງການພັກໂຮງຮຽນຊົ່ວຄາວ ໃນລະຫວ່າງວັຍທີ 28-29 ມີນາ 2023

Published on

ເມືອງ ທ່າພະບາດ ອອກແຈ້ງການ ກ່ຽວກັບການໃຫ້ແຕ່ລະໂຮງຮຽນພັກຊົ່ວຄາວໃນລະຫວ່າງວັນທີ 28-29 ມີນາ 2023.


– ອີງຕາມ ທິດຊີ້ນໍາຂອງຄະນະປະຈໍາພັກເມືອງ ທ່າພະບາດ ໃນຄັ້ງວັນທີ 27 ມີນາ 2023. – ອີງຕາມ ທິດຊີ້ນໍາຂອງພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ ໃນຄັ້ງວັນທີ 27 ມີນາ 2023. – ອີງຕາມ ສະພາບຄວາມເປັນຈິງທົ່ວເມືອງ ທ່າພະບາດ ມີຫມອກຄັວນໄປທົ່ວ.

ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າພະບາດ ຂໍຖືເປັນກຽດແຈ້ງມາຍັງຜູ້ອໍານວຍການ ໂຮງຮຽນທົ່ວເມືອງ ທ່າພະບາດ ຮັບຊາບວ່າ: ໃນລະຫວ່າງວັນທີ 28-29 ມີນາ 2023 ໃຫ້ແຕ່ລະໂຮງຮຽນພັກການຮຽນ ເນື່ອງຈາກວ່າໃນປະຈຸບັນມີຫມອກຄ້ວນເຊິ່ງປົກຄຸມທົ່ວເມືອງ ທ່າພະບາດ ເຊິ່ງຈະເປັນຜົນກະທົບຕໍ່ສຸຂະພາບຂອງ ນັກຮຽນ ເຊິ່ງມີອການຫັນໃຈຫມົດ ແລະ ແສບຕາ ແລະ ພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...