spot_img
Homeຂ່າວພາຍ​ໃນ ມີ​ຄ​ລີ​ນິກຈຳນວນ​ບໍ່​ໜ້ອຍ ເຄື່ອນ​ໄຫວ​ບໍ່​ຖືກ​ຕາມ​ລະ​ບຽບການ

ມີ​ຄ​ລີ​ນິກຈຳນວນ​ບໍ່​ໜ້ອຍ ເຄື່ອນ​ໄຫວ​ບໍ່​ຖືກ​ຕາມ​ລະ​ບຽບການ

Published on

doctor

 

ກະຊວງສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ​ຢູ່​ບັນດາ​ແຂວງ​ ແລະ ນະຄອນຫຼວງ ​ໄດ້​ມີ​ຄ​ລີ​ນິກ (ຫ້ອງ​ກວດ​ພະຍາດ​

ເອກະ​ຊົນ) ​ເກີດ​ຂຶ້ນ​ເປັນ​ຈຳນວນ​ຫຼາຍ,​ ເພື່ອ​ໃຫ້​ບໍລິ​ການ​ປິ່ນປົວ​ສຸ​ຂະ​ພາບ, ຊຶ່ງ​ສ່ວນ​ຫຼາຍ​​ເຫັນ​ວ່າ​ເຄື່ອນ​ໄຫວ​ດຳ​

ເນີນ​ຖືກຕ້ອງ​ຕາມ​ລະບຽບ​ການ,​ ແຕ່​​ກໍຍັງ​ຈຳນວນ​ໜຶ່ງ​​ເຄື່ອນ​ໄຫວບໍ່​ຖືກຕ້ອງ​ຕາມ​ລະ​ບຽນ​ການ​ເຊັ່ນ: ​ໃຫ້​ຄົນ

​ຕ່າງ​ຊາດ​ເຊົ່າ​ດຳ​ເນີນການ​ຕໍ່ ຫຼື ຄົນ​ລາວ​ເປັນ​ຜູ້​ຕັ້ງ​ແຕ່​ຮ່ວມ​ມື​ກັບ​ຕ່າງ​ຊາດ ​ແລະ ມີ​ການ​ໂຄສະນາ​​ໃຫ້​ຊວນ​ເຊື້ອ​

ຢ່າງ​ແຜ່​ຫຼາຍ, ຕໍ່​ບັນຫາ​ນີ້ ​ຜ່ານ​ມາ​ກະຊວງ​ສາທາລະນະ​ສຸກ​ກໍ​ໄດ້​ອອກ​ແຈ້ງ​ການ​ໃຫ້​ບັນດາ​ຄລີ​ນິກດັ່ງກ່າວ​ຍຸດ

​ເຊົາ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບການດັ່ງກ່າວ​,​ ແຕ່​ມາ​ຮອດ​ປັດຈຸບັນ​ກໍ​ຍັງເຫັນ​ວ່າຍັງ​ມີຄລີ​ນິກ

ຈຳນວນ​ໜຶ່ງ ​ຍັງ​ສືບ​ຕໍ່​ຝ່າ​ຝື່ນ​ຢູ່, ​ຢ່າງ​ໃດ​ກໍ​ຕາມ​ປັດຈຸບັນ​ກະຊວງ​ສາທາລະນະ​ສຸກ​ ກຳລັງ​ສົມ​ທົບ​ກັບ​ບັນ​ດາ​

ແຂວງ, ນະຄອນຫຼວງ, ​ເພື່ອ​ສັງ​ຢຸດການ​ເຄື່ອນ​ໄຫວ​ງານ​ຂອງຄລີ​ນິກ​ເຫຼົ່ານັ້ນ​ ໂດຍ​​ໃຫ້​ປະຕິບັດຕາມດຳລັດ​​ວ່າ

​ດ້ວຍ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ​ຂອງ​ກະຊວງ​ສາທາລະນະ​ສຸກ ທີ່​ໄດ້​ກຳນົດ​ຄື: ຜູ້​ທີ່​ຈະ​ເ​ປີດ​ຫ້ອງ​ກວດ​ພະຍາດ​​

ເອກະ​ຊົນ​ຕ້ອງ​​ເປັນ​ຄົນ​ລາວ, ຖື​ສັນ​ຊາດ​ລາວ, ຕັ້ງ​ພູມລຳ​ເນົາ​ຢູ່​ ສປປ ລາວ ບໍ່​ຕ່ຳ​ກວ່າ 10 ປີ ແລະ​ຕ້ອງ​ເປັນ​ແພດ

​ຊັ້ນ​ສູງ​ ທຽບ​ເທົ່າ​ທີ່​ມີ​ໃບ​ປະກາດ​ຊະນີ​ຍາ​ບັດຮັບ​ຮູ້​ຈາ​ກກະຊວງ​ສາທາລະນະ​ສຸກ ​ແລະ ຕ້ອງ​ຜ່ານ​ວຽກ​ງານ​ຕົວ​ຈິງ

​ມາ​ແລ້ວ​ຢ່າງ​ໜ້ອຍ 7 ປີ.

 

ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ​ທົ່ວ​ປະ​ເທດ​ມີຄລີ​ນິກຫຼາຍກວ່າພັນ​ແຫ່ງ, ມີ​ໂຮງໝໍ​ເອກະ​ຊົນ 13 ແຫ່ງ​,

​ໃນ​ນັ້ນ​ຄລີ​ນິກທີ່​ເຄື່ອນ​ໄຫວ​ບໍ່​ຖື​ກຕ້ອງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ປະມານ​ເກືອບ 7 ແຫ່ງ.

 

​ແຫ​ລ່ງຂ່າວ: ລາວ​ພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...