Homeຂ່າວພາຍ​ໃນຢຶດລໍ້ຂາຍເຄື່ອງຊະຊາຍຢູ່ແຄມທາງທີ່ບໍ່ປະຕິບັດຕາມລະບຽບ

ຢຶດລໍ້ຂາຍເຄື່ອງຊະຊາຍຢູ່ແຄມທາງທີ່ບໍ່ປະຕິບັດຕາມລະບຽບ

Published on

ໃນວັນທີ 21 ມີນາ 2023 ຜ່ານມາ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຄະນະກຳມະການ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ, ໂດຍອີງຕາມຂໍ້ຕົກລົງເລກທີ 1184/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານ ເມືອງ ແລະ ອີງຕາມຂໍ້ຕົກລົງເລກທີ 117/ຈມສບ ຂອງເຈົ້າເມືອງສີໂຄດຕະບອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແກ້ໄຊສິ່ງກີດຂວາງ ແລະ ຄວາມບໍ່ສະອາດຈົບງາມ ໃນຂອບເຂດທົ່ວເມືອງສີຖຄດຕະບອງ.

ຜ່ານການລົງຕິດຕາມຕົວຈິງໄດ້ພົບເຫັນລໍ້ຂາຍເຄື່ອງ ຢູ່ຕາມແຄມທາງ ຖະໜົນເຈົ້າສຸພານຸວົງ ຕໍ່ໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈຳນວນ 3 ລໍ້ ດັ່ງນັ້ນຈຶ້ງພ້ອມກັນຍຶດພາຫະນະ ດັ່ງກ່າວມາຮັກສາໄວ້ຢູ່ອົງການປົກຄອງເມືອງ.

ທ່ານ ຄຳຕັນ ເທບພະກອນ ຫົວໜ້າອຸສາຫະກຳ ແລະ ການຄ້າເມືອງສີໂຄດຕະບອງ ໄດ້ລາຍງານວ່າ: ເຊິ່ງໄລຍະທີ່ຜ່ານມາໄດ້ມີການ ສຶກສາອົບຮົມຫຼາຍຄັ້ງ ແລະ ໄດ້ແນະນຳໃຫ້ໄປຂາຍໃນຈຸດທີ່ ອະນຸຍາດ ໂດຍສະເພາະ ແມ່ນເຂດຕະຫຼາດ ຫຼື ບ່ອນອື່ນທີ່ອະນຸຍາດ, ເພາະວ່າໄດ້ມີການກຳນົດ 8 ເສັ້ນທາງມີເປົ້າໝາຍລົງຈັດສັນ ໃນແຕ່ລະຄັ້ງ, ສຸດທ້າຍທ່ານ ຄຳຕັນ ໄດ້ຝາກເຕືອນ ພະນັກງານລັດຖະກອນ, ທະຫານຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໂດຍສະເພາະແມ່ຊາວຄ້າຂາຍ ໃຫ້ມີສະຕິ ຫຼື ປະຕິບັດຕາມລະບຽບກົດໝາຍ ທີ່ຄະນະກຳມະການໄດ້ແນະນຳ ບໍ່ໃຫ້ຜ່າຝືນ ສ່ວນຜູ້ຊື້ກໍບໍ່ຢາກໃຫ້ຈອດຊື້ເນື່ອງຈາກຈະເກີດການສັນຈອນແອອັດ ຕາມແຄມທາງ.

ທີ່ມາ: TVE9

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...