Homeຂ່າວພາຍ​ໃນພາສີ ພສປ ປະຈຳຈຸດປະສານງານນາເລົ່າ ຢຶດລົດ VIGO 2 ຄັນດໍາເນີນຄະດີຕາມລະບຽບກົດໝາຍ

ພາສີ ພສປ ປະຈຳຈຸດປະສານງານນາເລົ່າ ຢຶດລົດ VIGO 2 ຄັນດໍາເນີນຄະດີຕາມລະບຽບກົດໝາຍ

Published on

ໃນວັນທີ 21 ມີນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເລົ່າ ເມືອງປາກກະດິງ ແຂວງບໍລິຄຳໄຊ, ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວພົນລະເມືອງດີວ່າມີລົດກະບະ TOYOTA VIGO 4 ປະຕູ, ຈໍານວນ 2 ຄັນ, ບໍ່ໃສ່ປ້າຍທະບຽນແລ່ນຢູ່ເສັ້ນທາງເຂດເມືອງປາກກະດິງ ແຂວງບໍລິຄຳໄຊ.

ຜ່ານການກວດກາສອບຖາມເບື້ອງຕົ້ນເຫັນວ່າ: ເປັນລົດບໍ່ມີເອກະສານຢັ້ງຢືນເສຍພາສີ-ອາກອນ ແລະ ພັນທະອຶ່ນໆ. ທາງເຈົ້າໜ້າທີ່ພາສີຈຶ່ງໄດ້ນຳເອົາລົດທັງ 2 ຄັນມອບໃຫ້ພາສີປະຈຳແຂວງບໍລິຄຳໄຊ ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ (ພສປ) ປະກອບດ້ວຍ 3 ຂະແໜງ ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ ຂຶ້ນກັບກົມພາສີ ກະຊວງການເງິນ, ໂດຍເຄື່ອນໄຫວວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.

ທີ່ມາ ກະຊວງການເງິນ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...