Homeຂ່າວອຸບັດຕິເຫດພົບສບຄົນຈົມນ້ຳເສຍຊີວິດແລ້ວ

ພົບສບຄົນຈົມນ້ຳເສຍຊີວິດແລ້ວ

Published on

ໃນວັນທີ 22 ມີນາ 2023 ເວລາ 18:30 ນາທີ ເຈົ້າໜ້າທີ່ກູ້ໄພ ຊ່ວຍເຫຼືອສັງຄົມແລະມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດຊ່ວຍກູ້ໄພ ແມ່ຍີງລາວກ້າວໝ້າ ໄດ້ຮັບແຈ້ງເຫດຈາກ: ປະຊາຊົນວ່າມີຄົນຈົມນ້ຳຢູ່ນ້ຳຂອງຢູ່ທີ່ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງທຳການລົງກວດສອບ ແລະ ຄົ້ນຫາຮ່າງຂອງຜູ້ເສຍຊີວິດເປັນເວລາປະມານ 2 ມື້ແຕ່ບໍ່ເຫັນ ເຈົ້າໜ້າທີ່ຈື່ງໄດ້ສະແຕນບາຍຢູ່ໝ້ານໍ້າ.

ຫຼ້າສຸດໃນວັນທີ 23 ມີນາ 2023 ເວລາ 1:00 ນາທີ ພົບເຫັນຮ່າງຂອງຜູ້ເສຍຊີວີດ ລອຍຢູ່ໝ້ານໍ້າ
ລາຍລະອຽດຜູ້ເສຍຊີວິດຊື່: ທ້າວ ອາຊ້ຽນ ອາຍຸ 19 ປີ ອາຊີບ: ນັກສືກສາ ບ້ານ: ໄຫ່ມ ເມືອງ: ສີໂຄດຕະບອງ
ແຂວງ: ນະຄອນຫຼວງວຽງຈັນ, ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ເອົາຮ່າງຂອງຜູ້ເສຍຊີວິດຂຶ້ນມາແລະຕິດຕໍ່ຫາພີນ້ອງຜູ້ເສຍຊີວິດ
ແລ້ວນຳສົ່ງກັບ ປ່າຊ້າບ້ານໄຫ່ມ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ

ຂໍສະເເດງຄວາມເສຍໃຈນຳຍາດຕິພີ່ນ້ອງກັບເຫດການຄັ້ງນີ້ດ້ວຍ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...