spot_img
Homeຂ່າວພາຍ​ໃນໂລກເຮົາກຳລັງຂາດແຄນນ້ຳດື່ມສະອາດ

ໂລກເຮົາກຳລັງຂາດແຄນນ້ຳດື່ມສະອາດ

Published on

ເນື່ອງຈາກວັນອະນຸລັກນ້ຳໂລກ (World Water Day) ເຊິ່ງກົງກັບວັນທີ 22 ມີນາ ຂອງທຸກໆປີ ອົງການສະຫະປະຊາຊາດ (UN) ໄດ້ກ່າວເຖິງການພັດທະນາແຫຼ່ງນ້ຳໂລກ ເຊິ່ງອອກມາເຕືອນວ່າ ໃນອະນາຄົດຕໍ່ໜ້ານີ້ ໂລກສ່ຽງທີ່ຈະເກີດວິກິດການຂາດແຄນນ້ຳ ໂດຍຈຳນວນຜູ້ທີ່ບໍ່ສາມາດເຂົ້າເຖິງນ້ຳດື່ມສະອາດໃນເມືອງຕ່າງທົ່ວໂລກ ຈະເພີ່ມຂຶ້ນ 2 ເທົ່າພາຍໃນປີ 2050.

ອົງການສະຫະປະຊາຊາດ ໄດ້ລາຍງານວ່າ: ປັດຈຸບັນ ມີປະຊາກອນໃນໂລກເກືອບ 1 ຕື້ຄົນ ທີ່ຕ້ອງປະເຊີນກັບບັນຫາຂາດແຄນນ້ຳ ແລະ ຈຳນວນດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນເປັນ 1,7-2,4 ພັນລ້ານຄົນ ພາຍໃນ 30 ປີຕໍ່ໜ້າ ແລະ ຄາດວ່າຄວາມຕ້ອງການນ້ຳໃນເມືອງຕ່າງໆຈະເພີ່ມຂຶ້ນອີກ 80%.

ບັນຫາການຂາດແຄນນ້ຳ ສ່ວນຫຼາຍເກີດຂຶ້ນຢູ່ເຂດຊົນນະບົດ ປັດຈຸບັນ ປະຊາກອນປະມານ 2-3 ຕື້ຄົນ ປະສົບກັບບັນຫາຂາດແຄນນ້ຳເປັນເວລາຢ່າງໜ້ອຍ 1 ເດືອນຕໍ່ປີ ນອກຈາກນີ້ຍັງມີ 2 ຕື້ຄົນທົ່ວໂລກ ທີ່ບໍ່ມີນ້ຳສະອາດດື່ມ ຂະນະທີ່ອີກ 3,6 ຕື້ຄົນບໍ່ສາມາດເຂົ້າເຖິງສຸຂະອະນະໄມທີ່ມີການຈັດການຢ່າງປອດໄພ.

ໃນຊ່ວງ 40 ປີທີ່ຜ່ານມາ ຄວາມຕ້ອງການໃຊ້ນ້ຳເພີ່ມຂຶ້ນທົ່ວໂລກປະມານ 1% ຕໍ່ປີ ແລະ ຈະເພີ່ມຂຶ້ນເລື່ອຍໆ ເພາະເກີດຈາກການຂະຫຍາຍໂຕຂອງປະຊາກອນໂລກ.

ໃນອາທິດນີ້ ສະຫະປະຊາຊາດຈະຈັດການປະຊຸມເລື່ອງວິກິດການນ້ຳທີ່ນິວຢອກ ສະຫະລັດອາເມຣິກາ ເປັນຄັ້ງທຳອິດໃນຮອບ 40 ປີ ນັບຕັ້ງແຕ່ປີ 1977 ໂດຍມີລັດຖະບານເນເທີແລນ ແລະ ທາຈິກິສຖານເປັນເຈົ້າພາບ ໃນກອງປະຊຸມຈະເວົ້າເຖິງບັນຫານ້ຳໃນທົ່ວໂລກ.

ທ່ານ ໂຢຮັນ ລັອກສະຕອມ ຜູ້ອຳນວຍການສະຖາບັນວິໄຈຜົນກະທົບສະພາບພູມອາກາດ ກ່າວວ່າ ມີຫຼັກຖານທາງວິທະຍາສາດວ່າ ເຮົາກຳລັງເກີດວິກິດການນ້ຳ ແລະ ປ່ຽນແປງວັດຕະຈັກທາງອຸທົກວິທະຍາທົ່ວໂລກຜ່ານສິ່ງທີ່ເຮົາກຳລັງເຮັດກັບສະພາບອາກາດ.

ຄະນະກຳມາທິການລະດັບໂລກດ້ານເສດຖະສາດນ້ຳ ພົບວ່າ ພາຍໃນປີ 2030 ຄວາມຕ້ອງການນ້ຳຈືດມີຫຼາຍກວ່າແຫຼ່ງນ້ຳເຖິງ 40% ເຊິ່ງຈະມີຜົນຕໍ່ເສດຖະກິດ ທຳມະຊາດ ຊີວິດໃນເມືອງ ແລະ ສະພາບອາກາດ ແຕ່ມີບໍ່ເທົ່າໃດປະເທດທີ່ດຳເນີນການເພື່ອຮັກສາແຫຼ່ງນ້ຳ ແລະ ຫຼຸດມົນລະພາວະ.

ທີ່ມາ theguardian

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...