spot_img
Homeຂ່າວພາຍ​ໃນປກສ ນວ ຈັບກຸມຊາຍຕົວະເອົາລົດຄົນອື່ນໄປຂາຍ 2 ຄັນ

ປກສ ນວ ຈັບກຸມຊາຍຕົວະເອົາລົດຄົນອື່ນໄປຂາຍ 2 ຄັນ

Published on

ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ 2 ຄົນ ວ່າ: ທ້າວ ໄໝ ອາຍຸ 48 ປີ ກໍາມະກອນ ຢູ່ບ້ານແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຕົວະຍົວະຫຼອກລວງເອົາລົດຈັກ CLICK I ສີດໍາ ໄປຂາຍ ໃນໄລຍະເດືອນຕຸລາ ແລະລົດຈັກເວບ 100 ສີດໍາ ໃນ ເດືອນທັນວາ 2022. ດັ່ງນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ແລະຕິດຕາມເປົ້າໝາຍສົງໄສຕາມຈຸດຕ່າງໆ ຕາມທີ່ໄດ້ຮັບແຈ້ງຄວາມໄວ້.

ມາຮອດວັນທີ 1 ກຸມພາ 2023, ກໍ່ສາມາດກັກຕົວ ທ້າວ ໄໝ ໄດ້ ພ້ອມທັງເກັບກູ້ຂອງກາງລົດຈັກ 2 ຄັນ ຄືນມາໄດ້ໃນເດືອນດຽວກັນ.

ຜ່ານການສອບສວນ ທ້າວ ໄໝ ຮັບສາລະພາບຕໍ່ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງວ່າ: ຕົນໄດ້ຫຼອກລວງເອົາລົດຈັກ 2 ຄັນແທ້ ໂດຍໄດ້ນໍາໄປຂາຍ ແລ້ວເອົາເງິນໄປໃຊ້ຈ່າຍຈົນໝົດ; ເຊິ່ງລົດຈັກຄຣີກໄອ (CLICK I) ສີດໍາ ຂາຍໃຫ້ຄົນຮູ້ຈັກ ຢູ່ບ້ານວຽງທອງ ເມືອງຫີນເຫີບ ແຂວງວຽງຈັນ ແລະ ລົດຈັກ ເວບ 100 (Wave 100) ສີດໍາ ຢູ່ເຂດບ້ານສາຍລົມ ເມືອງຈັນທະບູລີ ໄດ້ເງິນທັງໝົດ 10,000,000 ກີບ.

ປັດຈຸບັນ ລົດຈັກທັງສອງຄັນແມ່ນ ໄດ້ມອບໃຫ້ເຈົ້າຂອງເດີມແລ້ວ ໃນວັນທີ 10 ມີນາ 2023.

ແຫຼ່ງຂ່າວ ປກສ ນວ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...