spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

Published on

ວັນທີ 22 ມີນາ 2023 ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ເຊິ່ງໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໂດຍມີພະນັກງານຫຼັກແຫຼ່ງຈາກພະແນກແຜນການ ແລະ ການລົງທຶນແຂວງເຂົ້າຮ່ວມ.

ຜ່ານມາແມ່ນໄດ້ສຳເລັດການສະຫຼູບ-ລາຍງານ ແລະ ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງຄຳມ່ວນ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໄດ້ສົ່ງໃຫ້ກອງເລຂາວາລະແຫ່ງຊາດຂັ້ນສູນກາງແລ້ວ. ພ້ອມທັງກະກຽມຈັດກອງປະຊຸມສະຫລູບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນປະຈໍາປີ 2022 ແລະ ທິດທາງຈຸດສຸມປີ 2023 ຂອງແຂວງ.

ໄດ້ເອົາໃຈໃສ່ເກັບກໍາ ແລະ ສັງລວມ ເອກະສານໂຄງການລົງທຶນຂອງລັດ ບັນດາໂຄງການຂອງຂະແໜງການອ້ອມຂ້າງແຂວງ ແລະ ທ້ອງຖິ່ນເພື່ອປະເມີນກ່ອນນຳສະເໜີເຂົ້າແຜນການປະຈຳປີ 2023 ເພື່ອສັງລວມ ແລະ ປະເມີນກ່ອນສະເໜີເຂົ້າແຜນ 2023 ໄດ້ທັງໝົດ 52 ໂຄງການ, ເອົາໃຈໃສ່ກວດກາ ແລະ ປະເມີນຄືນບັນດາໂຄງການນອກແຜນຈາກພະແນກການ ແລະ ບັນດາເມືອງທີ່ສະເໜີເຂົ້າແຜນລົງທຶນຂອງລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຮອດປີ 2022 ມີທັງໝົດ 96 ໂຄງການ, ການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການທົ່ວໄປ (ທີ່ນອນໃນບັນຊີຄວບຄຸມ) ຂອງເອກະຊົນພາຍໃນ ແລະ ຕ່າງປະເທດພາຍໃນແຂວງລວມທັງໝົດມີ 192 ໂຄງການ, ມູນຄ່າການລົງທຶນທັງໝົດ 7.088,06 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.793,42 ລ້ານໂດລາສະຫະລັດ ໃນນີ້ໄດ້ແຍກອອກເປັນລາຍລະອຽດຄື: ກິດຈະການສໍາປະທານ ທັງໝົດ 190 ໂຄງການ, ມູນຄ່າການລົງທຶນທັງໝົດ 7.085,08 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.790,66 ລ້ານໂດລາສະຫະລັດ; ກິດຈະການທົ່ວໄປ (ນອນໃນບັນຊີຄວບຄຸມ) ທັງໝົດ 02 ໂຄງການ, ມູນຄ່າການລົງທຶນທັງໝົດ 2,9 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 2,7 ລ້ານໂດລາສະຫະລັດ. ໃນນີ້ຂັ້ນສູນກາງອະນຸຍາດ ທັງໝົດ 71 ໂຄງການ, ມູນຄ່າທັງໝົດ 6.729,57 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.550,41 ລ້ານໂດລາສະຫະລັດ; ຂັ້ນແຂວງອະນຸຍາດ ທັງໝົດ 121 ໂຄງການ, ມູນຄ່າທັງໝົດ 358,4 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 243,01 ຕື້ກີບ.

ໃນ 3 ເດືອນຕົ້ນປີ 2023 ລົງຕິດຕາມ ກວດກາ ການດຳເນີນກິດຈະການຂອງບັນດາບໍລິສັດລົງທຶນ ເອກະຊົນ ພາຍໃນແຂວງ ເຊິ່ງສາມາດລົງຕິດຕາມ ກວດກາ ສຳເລັດແລ້ວ 15 ບໍລິສັດ. ສຳລັບການຂຸດຄົ້ນແຮ່ເຫຼັກແບບທົດລອງ ທັງໜົດ ຈໍານວນ 9 ໂຄງການ, ມີເນື້ອທີ່ສໍາປະທານ 23,56 ກິໂລຕາແມັດ, ກວມເອົາ 3 ເມືອງຄື: ເມືອງບົວລະພາ 3 ໂຄງການ, ເມືອງຫີນບູນ 5 ໂຄງການ, ເມືອງຄູນຄໍາ 1 ໂຄງການ, ມູນຄ່າລົງທຶນທັງໝົດ 278,77 ຕື້ກີບ, ທຶນຈົດທະບຽນ 162,42 ຕື້ກີບ, ສາມາດຜະລິດແຮ່ເຫຼັກໄດ້ທັງໝົດ 1.035.000 ໂຕ່ນ ແລະ ປະຈຸບັນສົ່ງອອກແລ້ວ 13.175 ກວ່າໂຕນ, ວຽກງານຮ່ວມມືສາກົນ: ການຈັດຕັ້ງປະຕິບັດທຶນ ODA ທີ່ຢູ່ໃນສາລະບານລົງທຶນຂອງລັດ: ອີງຕາມແຜນລົງທຶນປະຈຳປີ 2022, ໄດ້ຮັບອະນຸມັດທຶນທັງໝົດ 6 ໂຄງການ ລວມມູນຄ່າ 108,13 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 106,73 ຕື້ກີບ ທຶນພາຍໃນ 1,4 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໄດ້ 36,53 ຕື້ກີບ ເທົ່າກັບ 34% ຂອງແຜນການປີ ( ທຶນຕ່າງປະເທດ 35,91 ຕື້ກີບ, ທຶນສົມທົບ 613,97 ລ້ານກີບ). ສໍາລັບການຈັດຕັ້ງປະຕິບັດທຶນ ODA ທີ່ບໍ່ຢູ່ໃນສາລະບານລົງທຶນຂອງລັດ: ໃນປີ 2022 ຂອງແຕ່ລະພະແນກການ ເຫັນວ່າສາມາດປະຕິບັດໄດ້ 13 ໂຄງການ, ມູນຄ່າ 23,04 ຕື້ກີບ ແລະ 8,7 ລ້ານໂດລາສະຫະລັດ , ໃນນີ້ທຶນຊ່ວຍເຫຼືອລ້າມີ 11 ໂຄງການ ແລະ ກູ້ຢືມມີ 2 ໂຄງການ.

ໂອກາດນີ້ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳແກ່ຄະນະນຳ ແລະ ພະນັກງານຫຼັກແຫຼ່ງໃນຂົງເຂດແຜນການ ແລະ ການລົງທຶນແຂວງຄຳມ່ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ Medialaos

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...