spot_img
Homeຂ່າວພາຍ​ໃນສົກແລ້ວ ລາວນຳເຂົ້າໄຟຟ້າຫຼດລົງ ແລະ ສົ່ງອອກເພີ່ມຂຶ້ນ!

ສົກແລ້ວ ລາວນຳເຂົ້າໄຟຟ້າຫຼດລົງ ແລະ ສົ່ງອອກເພີ່ມຂຶ້ນ!

Published on

2afac7da297545b7439b3714b990f5b9

 

ໃນ​ສົກ​ປີ­ຜ່ານ­ມາ ສະ­ເພາະ​ການ​ຈຳ​ໝ່າຍ​ກະ­ແສ​ໄຟ­ຟ້າ​ອອກ​ຕ່າງ­ປະ­ເທດ​ຂອງ​ລາວ​ແມ່ນ​ມີ​ອັດ­ຕາ​ເພີ່ມ​ຂຶ້ນ 6,62%

ຖ້າ​ທຽບ­ໃສ່​ປີ​ກ່ອນ ສ່ວນ​ການ​ນຳ​ເຂົ້າ​ຫຼຸດ​ລົງ 12,37% ຂະ­ນະ​ທີ່​ຕົວ​ເລກ​ການ­ຈຳ­ໜ່າຍ​ພາຍ​ໃນ​ເພີ່ມ​ຂຶ້ນ​ເກືອບ 50%.

 

ອີງ​ຕາມ​ຂໍ້​ມູນ​ຈາກ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໃຫ້​ຮູ້​ວ່າ: ທັດ­ສະ­ນະ​ຂອງ​ພັກ​ໄດ້​ຢຶດ​ໝັ້ນ​ການ​ພັດ­ທະ­ນາ ໂດຍ​ຖື

​ເອົາ​ເສດ­ຖະ­ກິດ​ເປັນ­ໃຈ​ກາງ​ ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ­ຖະ­ກິດ​ໃຫ້​ ບັນ­ລຸ 8Œ8,5% ຕໍ່​ປີ ສະ­ເພາະ​ແຜນ​ພັດ­ທະ­ນາ​ເສດ­

ຖະ­ກິດŒສັງ­ຄົມ​ຂອງ​ຂະ­ແໜງ​ພະ­ລັງ­ງານ ແລະ ບໍ່​ແຮ່ ສົກ​ປີ 2013Œ2014 ໄດ້​ມີ​ການ​ກຳ­ນົດ​ຢ່າງ​ຈະ­ແຈ້ງ ແລະ ມີ​ລັກ­ສະ

­ນະ​ບຸກ​ທະ­ລຸ, ຊຶ່ງ​ລວມ​ຍອດ ມູນ​ຄ່າ​ການ​ຜະ­ລິດ​ບັນ­ລຸ​ໄດ້ 21,2 ພັນ​ກວ່າ​ຕື້​ກີບ ໃນ​ນັ້ນ ຂະ­ແໜງ​ໄຟ­ຟ້າ 5,9 ພັນ​ກວ່າ

​ຕື້​ກີບ ແລະ ຂະ­ແໜງ​ບໍ່​ແຮ່ 15,3 ພັນ​ຕື້​ກວ່າ​ກີບ.

 

ໂດຍ​ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ (IPP, EDLŒGEN ແລະ EDL) ຄາດ​ຄະ­ເນ​ປະ­ຕິ­ບັດ​ໄດ້ 15,1 ລ້ານ​ກວ່າ​ກິ​ໂລ ວັດ​ໂມງ

ເພີ່ມ​ຂຶ້ນ 8,03% ແລະ ທຽບ ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້​ລື່ນ 4,5% ໂດຍ​ສາ­ມາດ​ຈຳ­ໜ່າຍ ກະ­ແສ​ໄຟ­ຟ້າ​ໄດ້ 15,8 ພັນ​

ລ້ານ​ກວ່າ ກິ​ໂລ​ວັດ​ໂມງ.

 

ໃນ​ນັ້ນ ໄດ້​ຈຳ­ໜ່າຍ​ອອກ​ຕ່າງ­ປະ­ເທດ 11,3 ພັນ​ລ້ານ​ກວ່າ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 535,4 ລ້ານ​ກວ່າ​ໂດ​ລາ ທຽບ­ໃສ່​ປີ​

ກ່ອນ​ເພີ່ມ​ຂຶ້ນ 6,62% ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ລື່ນ​ແຜນ 0,04% ສ່ວນ​ການ­ຈຳ­ໜ່າຍ​ພາຍ​ໃນ​ມີ 4,5 ພັນ

​ລ້ານ​ກວ່າ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 345,4 ລ້ານ ກວ່າ​ໂດ​ລາ ເພີ່ມ​ຂຶ້ນ 49,08%.

 

ແນວ­ໃດ​ກໍ​ຕາມ ເນື່ອງ​ຈາກ​ສາຍ​ສົ່ງ​ກະ­ແສ​ແຮງ​ສູງ ແລະ ກາງ ຍັງ​ບໍ່​ທັນ​ເຊື່ອມ​ຈອດ​ທົ່ວ​ປະ­ເທດ ສະ­ນັ້ນ ບາງ​ເຂດ​

ຕິດ​ຊາຍ​ແດນ​ໃນ​ສົກ​ປີ­ຜ່ານ­ມາ​ຈິ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ຊື້​ ໄຟ­ຟ້າ​ຈາກ​ປະ­ເທດ​ອ້ອມ​ຂ້າງ​ເປັນ­ຕົ້ນ​ໄທ, ຫວຽດ­ນາມ

ແລະ ປະ­ເທດ​ຈີນ ໃນ​ຈຳ­ນວນ 1,1 ພັນ​ລ້ານ​ກວ່າ​ກິ​ໂລ​ວັດ​ໂມງ ເປັນ​ມູນ​ຄ່າ 63,21 ລ້ານ​ໂດ​ລາ ຫຼຸດ​ລົງ 12,37% ທຽບ

­ໃສ່​ປີ​ກ່ອນ ຂະ­ນະ​ທີ່​ບໍ­ລິ­ສັດ​ໄຟ­ຟ້າ​ລາວ​ກໍ​ໄດ້​ຊື້​ຈາກ​ໂຄງ­ການ IPP ເພື່ອ​ຈຳ­ໜ່າຍ​ຢູ່​ພາຍ​ໃນ​ປະ­ເທດ​ຈຳ­ນວນ 18 ລ້ານ

​ກິ​ໂລ​ວັດ​ໂມງ ມູນ​ຄ່າ 84,40 ລ້ານ​ໂດ​ລາ​ເພີ່ມ​ຂຶ້ນ 28,02%.

 

​ແຫ​ລ່ງຂ່າວ: ​ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...