spot_img
Homeຂ່າວພາຍ​ໃນການແກ້ໄຂລະບົບສາຍໂທລະຄົມມະນາຄົມ ຢູ່ ນະຄອນຫຼວງວຽງຈັນ

ການແກ້ໄຂລະບົບສາຍໂທລະຄົມມະນາຄົມ ຢູ່ ນະຄອນຫຼວງວຽງຈັນ

Published on

ແຈ້ງການຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ເຖິງບັນດາບໍລິສັດ ທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຢູ່ນະຄອນຫຼວງວຽງຈັນ.

ເລື່ອງ: ການແກ້ໄຂລະບົບສາຍໂທລະຄົມມະນາຄົມ ຢູ່ ນະຄອນຫລວງວຽງຈັນ.

ອີງຕາມ ຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫຼວງວຽງຈັນ, ເລກທີ 146/ຈນວ, ລົງວັນທີ 03 ກຸມພາ 2023 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ. ອີງຕາມ ຫນັງສືສະເໜີ ສະບັບເລກທີ 042/LXCD, ລົງວັນທີ 15 ມີນາ 2023 ຂອງ ບໍລິສັດ ພັດທະນາສວນ ວັດທະນະທໍາລ້ານຊ້າງ ຈໍາກັດ.

ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາ ບໍລິສັດ ທີ່ໃຫ້ ບໍລິການດ້ານໂທລະຄົມມະນາຄົມ ຢູ່ ນະຄອນຫຼວງວຽງຈັນ ທີ່ມີສາຍໂທລະສັບ, ສາຍເຄເບີ້ນ, ສາຍອິນເຕີເນັດ ແລະ ສາຍອື່ນໆ ຂອງຕົນທີ່ເກາະຫ້ອຍຕາມເສົາໄຟຟ້າ ຕາມທາງເລກ 13 ໃຕ້ ເຂດສວນວັດທະນະທໍາລ້ານຊ້າງ ເຊິ່ງຕັ້ງຢູ່ ກົງກັນຂ້າມກັບສະໜາມກິລາແຫ່ງຊາດຫຼັກ 16.

ດັ່ງນັ້ນ, ຈຶ່ງຂໍຄວາມຮ່ວມມືມາຍັງບັນດາທ່ານ ຈົ່ງຮີບຮ້ອນລົງໄປແກ້ໄຂ ແລະ ນໍາເອົາລະບົບສາຍໂທລະຄົມມະນາຄົມ ຂອງຕົນອອກ ຫຼື ເອົາລົງດິນ ໃຫ້ສໍາເລັດກ່ອນ ວັນທີ 26 ມີນາ 2023 ຖ້າຫາກກາຍກໍານົດເວລາທາງຄະນະຮັບຜິດຊອບໂຄງການ ຈະຮື້ຖອນເສົາໄຟຟ້າ ອອກຈາກບໍລິເວນດັ່ງກ່າວ ແລະ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ.

อาจเป็นรูปภาพของ ข้อความ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...