spot_img
Homeຂ່າວຕ່າງປະເທດພາຍຸໄຊໂຄລນ ເຟດດີ ພັດທະຫຼົ່ມມາລາວີ ເຮັດໃຫ້ເສຍຊີວິດຫຼາຍຮ້ອຍຄົນ

ພາຍຸໄຊໂຄລນ ເຟດດີ ພັດທະຫຼົ່ມມາລາວີ ເຮັດໃຫ້ເສຍຊີວິດຫຼາຍຮ້ອຍຄົນ

Published on

ອີງຕາມສຳນັກຂ່າວ Reuters ລາຍງານໃນວັນທີ 19 ມີນາ 2023 ຜ່ານມານີ້ວ່າ ເກີດເຫດພາຍຸໄຊໂຄລນ ເຟດດີ ພັດທະຫຼົ່ມມາລາວີ ຫຼາຍໝູ່ບ້ານ ຖືກກະແສນ້ຳພັດໄດ້ຮັບຄວາມເສຍຫາຍ ຍອດຜູ້ເສຍຊີວິດລວມແລ້ວຫຼາຍກວ່າ 500 ຄົນ ໃນມາລາວີ, ໂມຊຳບິກ ແລະ ມາດາກັສກາ.

ພາຍຸເຟດດີ ເລີ່ມກໍ່ໂຕຕັ້ງແຕ່ວັນທີ 4 ກຸມພາ 2023 ຈົນຮອດວັນທີ 15 ມີນາ 2023, ພາຍຸໄຊໂຄລນ ເຟດດີ ກໍຍັງບໍ່ສະລາຍໂຕທັງທີ່ເຄື່ອນຂຶ້ນຝັ່ງຈາກທະວີບອາຟຣິກາໄປແລ້ວເຮັດໃຫ້ພາຍຸລູກດັ່ງກ່າວຂຶ້ນຊື່ໄດ້ວ່າເປັນພາຍຸທີ່ມີອາຍຸດົນນານທີ່ສຸດ ດົນນານກວ່າພາຍຸ ເຮີລິເຄນ ຈອນ ໃນປີ 1994 ທີ່ໃຊ້ເວລາຕັ້ງແຕ່ເລີ່ມກໍ່ໂຕຈົນສະລາຍໄປລວມ 31 ມື້.

ລົມພາຍຸດັ່ງກ່າວໄດ້ພັດເຂົ້າໃກ້ອິນໂດເນເຊຍ (ທະວີບອາຊີ) ແລະ ໃຊ້ເວລາຫຼາຍກວ່າໜຶ່ງອາທິດເພື່ອເຄື່ອນຂ້າມມະຫາສະໝຸດອິນເດຍໄປສູ່ພາກໃຕ້ຂອງອາຟຣິກາ. ເຫດການ​ນີ້​ເຮັດ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ ແລະ ​ດິນ​ເຈື່ອນ​ຢູ່​ພາກ​ໃຕ້​ຂອງ​ມາ​ລາ​ວີ ແລະ ພາກເໜືອຂອງໂມຊໍາບິກ ​ແລະ​ ໄດ້​ກັບ​ຄືນ​ໄປ​ໂຈມ​ຕີ​ທັງ​ສອງ​ປະ​ເທດ​ເປັນ​ເທື່ອ​ທີ​ສອງ​ພາຍ​ໃນ​ບໍ່​ເຖິງ​ເດືອນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກວ່າ 500 ຄົນ.

ທັງນີ້​ເພື່ອ​ຊ່ວຍ​ເຫຼືອ​ໃນການ​ຄົ້ນຫາ ແລະ ພະຍາຍາມກູ້ໄພ ເຮືອ​ບິນ ແລະ ເຮືອຫຼາຍລຳຈາກຕ່າງຊາດ ຖືກສົ່ງມາປະເທດມາລາວີ ໂດຍເຮືອກູ້ໄພຊຸດທຳອິດ ຈະເດີນທາງຈາກ​ປະ​ເທດ​ແຊມ​ເບຍ ​ແລະ​ ສະ​ວິດ​ເຊີ​ແລນ ນອກຈາກນີ້, ສະຫະລັດ ແລະ ອາຟຣິກາໃຕ້ ກະກຽມເພື່ອສົ່ງເຮືອບິນ ແລະ ເຮືອມາຊ່ວຍສົມທົບອີກດ້ວຍ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...