Homeຂ່າວພາຍ​ໃນລັດຖະບານ ເລັ່ງປັບປຸງຮ່າງກົດໝາຍ 9 ສະບັບ ໃຫ້ເນື້ອໃນຄົບຖ້ວນ-ຮັດກຸມ ກ່ອນສະເໜີຕໍ່ສະພາ

ລັດຖະບານ ເລັ່ງປັບປຸງຮ່າງກົດໝາຍ 9 ສະບັບ ໃຫ້ເນື້ອໃນຄົບຖ້ວນ-ຮັດກຸມ ກ່ອນສະເໜີຕໍ່ສະພາ

Published on

ກອງປະຊຸມວິສາມັນ ຂອງລັດຖະບານ ໄດ້ມອບໃຫ້ພາກ ສ່ວນກ່ຽວຂ້ອງສືບຕໍ່ປັບປຸງຮ່າງກົດໝາຍ 9 ສະບັບ ໃຫ້ເນື້ອໃນຄົບຖ້ວນ-ຮັດກຸມ ກ່ອນສະເໜີຕໍ່ສະພາ ພ້ອມໃຫ້ບັນດາກະຊວງ ເອົາໃຈໃສ່ ເປັນພິເສດ ຕໍ່ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 15-16 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສອນໄຊ ສີພັນ ດອນ ນາຍົກ ລັດຖະມົນຕີ ມີບັນດາທ່ານຮອງນາ ຍົກລັດຖະມົນຕີ ທ່ານຮອງປະທານສະພາແຫ່ງຊາດ ປະທານກຳມາທິ ການກົດໝາຍ ແລະ ສະ ມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຄົ້ນຄວ້າ ປຶກສາຫາລືຮ່າງກົດໝາຍ ຈຳນວນ 9 ສະບັບ ທີ່ລັດ ຖະບານຈະນໍາສະ ເໜີ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ຮັບຮອງ ຄື:1. ຮ່າງກົດ ໝາຍ ວ່າດ້ວຍສາທາລະນະ ສຸກ (ສະບັບສ້າງໃໝ່) 2. ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) 3. ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ) 4. ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ) 5. ຮ່າງກົດໝາຍ ວ່າດ້ວຍການ ຈັດພິມຈຳໜ່າຍ (ສະບັບປັບປຸງ) 6. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍ ຫາຍຈາກລັດ (ສ້າງ ໃໝ່) 7. ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) 8. ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ) ແລະ 9. ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສະບັບສ້າງໃໝ່).

ສຳລັບການປັບປຸງຄືນຮ່າງກົດໝາຍ ທັງ 9 ສະບັບດັ່ງ ກ່າວ ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານ ນາຍົກລັດ ຖະມົນຕີ ສົມທົບກັບຄະນະຮັບຜິດຊອບ ຮ່າງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນ ການປັບປຸງ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດ ກຸມ ແລ້ວນຳມາຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດກ່ຽວຂ້ອງ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ແລະ ສົ່ງໃຫ້ສະພາແຫ່ງຊາດ ພິຈາລະນາ ໃນຂັ້ນຕໍ່ໄປ.

ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາກະຊວງ ເອົາໃຈໃສ່ ເປັນພິເສດ ຕໍ່ວຽກງານຈຸດສຸມຮີບດ່ວນຈໍານວນ ໜຶ່ງ ດັ່ງນີ້: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີ ຄວາມໝັ້ນທ່ຽງ ໂດຍສະ ເພາະ ສຸມໃສ່ການແກ້ໄຂໜີ້ ສິນໃຫ້ເປັນຮູບປະທຳ ເພີ່ມຂຶ້ນ ຄຸ້ມຄອງອັດຕາແລກ ປ່ຽນ ໂດຍມີມາດຕະການ ແລະ ມີ ການກວດກາຕົວ ຈິງ ໃຫ້ຈະແຈ້ງ ແລະ ຊັດເຈນ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ໂດຍໃຫ້ມີມາດ ຕະການຕົວຈິງ ນັບຕັ້ງແຕ່ໄລຍະນີ້ ຈົນຮອດປີໃໝ່ ລາວ.

-ໃຫ້ບັນດາກະຊວງ ທີ່ມີຫົວຂໍ້ຈະລາຍງານ ຕໍ່ກອງປະ ຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ກອງປະຊຸມ ລັດຖະບານ ສະໄໝສາມັນ ແລະ ກອງປະຊຸມ ກົມການເມືອງ ຮ່ວມກັບຄະນະເລຂາທິການສູນ ກາງພັກ ສຸມໃສ່ກຽມເນື້ອໃນລາຍ ງານໃຫ້ດີ ຮັດກຸມ ແລະ ມີທາງອອກຊັດເຈນ.

-ໃຫ້ບັນດາກະຊວງ ກະກຽມສະເຫຼີມສະຫຼອງ ວັນສ້າງ ຕັ້ງພັກ ຄົບຮອບ 68 ປີ ໃຫ້ມີເນື້ອໃນ ແລະ ມີຄວາມ ໝາຍເລິກເຊິ່ງ ຖືໂອກາດນີ້ ເປັນການເຕົ້າໂຮມ ຄວາມສາມັກຄີ ແລະ ເພີ່ມທະວີການນຳພາຂອງພັກ ໃນການສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ຮອບດ້ານ ໃນການຄຸ້ມຄອງບໍລິຫານລັດ.

-ໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຸກຍູ້ບໍລິສັດ ທາງລົດໄຟ ຮີບຮ້ອນອອກແບບ ແລະ ຈັດສັນສະ ຖານທີ່ ພາຍ ໃນສະຖານີລົດໄຟຕ່າງໆ ໂດຍໃຫ້ມີຈຸດ ແຈ້ງ ເຂົ້າ- ອອກ ເມືອງ ສໍາລັບຜູ້ໂດຍສານທາງລົດໄຟ ທີ່ຈະເດີນທາງ ເຂົ້າ-ອອກ ປະເທດ ດ້ວຍລົດໄຟ ລາວ-ຈີນ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...