Homeຂ່າວພາຍ​ໃນດ່ານລາວ-ຈີນ ເຄື່ອນໄຫວລາດຕະເວນ ແລະ ກວດກາຫຼັກໝາຍຊາຍແດນ 40-42

ດ່ານລາວ-ຈີນ ເຄື່ອນໄຫວລາດຕະເວນ ແລະ ກວດກາຫຼັກໝາຍຊາຍແດນ 40-42

Published on

ເມື່ອບໍ່ດົນມານີ້, ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ບ້ານ ມອມ ເມືອງສິງ ແຂວງຫຼວງນໍ້າທາ ແຫ່ງ ສປປ ລາວ ຮ່ວມກັບດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ເມືອງຢວນ ແຫ່ງ ສປ ຈີນ ເຄື່ອນໄຫວລາດຕະເວນ ແລະ ກວດກາຫຼັກໝາຍຊາຍແດນ 40-42.

ກິດຈະກໍາໃນການຮ່ວມເຄື່ອນໄຫວກວດກາລາດຕະເວນໃນຄັ້ງນີ້ ແມ່ນໄດ້ກວດເບິ່ງຄວາມສະຫງົບຄວາມເປັນລະບຽບຮຽນບຮ້ອຍ ຂອງຫຼັກໝາຍ, ເສັ້ນຊາຍແດນຮ່ວມກັນ ລະຫວ່າງ 2 ຊາດ ລາວ-ຈີນ ການຊົມໃຊ້ພື້ນທີ່ດິນຂອງປະຊາຊົນ ບັນດາເຜົ່າທີ່ອາໃສ ຢູ່ລຽບຕາມຊາຍແດນບໍ່ໃຫ້ລ່ວງລໍ້າເຂດແດນທີທັງ 2 ປະເທດລາວ-ຈີນ ໄດ້ກໍານົດໄວ້.

ທີ່ມາ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...