Homeຂ່າວຄວາມສະຫງົບປກສ ເມືອງທ່າແຂກ ແຂວງຄຳມ່ວນ ມ້າງຄະດີຢາເສບຕິດ

ປກສ ເມືອງທ່າແຂກ ແຂວງຄຳມ່ວນ ມ້າງຄະດີຢາເສບຕິດ

Published on

ໃນວັນທີ 13 ມັງກອນ 2023 ຜ່ານມາ, ທາງເຈົ້າໜ້າທີ່ພະແນກຕຳຫຼວດ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງທ່າແຂກ, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີຈຸດມົ້ວສຸມ,ຄ້າ-ຂາຍ, ຈຳໜ່າຍ ແລະ ເສບຢາເສບຕິດ ຢູ່ເຂດບ້ານຍາງເກົ່າ ເມືອງທ່າແຂກ ເມື່ອໄດ້ຮັບການລາຍງານດັ່ງນັ້ນແລ້ວ ທາງເຈົ້າໜ້າທີຕຳຫຼວດໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມເໝື່ອງບ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມເປົ້າໝາຍ ເຫັນວ່າມີຄວາມຈິງແທ້.

ມາຮອດເວລາປະມານ 08:00ໂມງເຊົ້າຂອງວັນດຽວກັນທາງເຈົ້າໜ້າທີ່ ໜ່ວຍງານວິຊາສະເພາະ ປກສ ເມືອງທ່າແຂກຈຶ່ງໄດ້ນຳກຳລັງເຂົ້າກັກຕົວເປົ້າ ໝາຍຢູ່ເຮືອນຂອງຜູ້ກ່ຽວ,ພ້ອມກວດຄົ້ນຈຶ່ງພົບເຫັນຂອງກາງຢາບ້າ ຈຳນວນ 93 ເມັດ. ຜ່ານການສືບສວນ-ສອບສ່ວນຂອງເຈົ້າໜ້າທີ່ຕຳຫຼວດ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວແສງສຸລີ ເດດລືສັກ ຫຼື(ທ້າວຄະລຶກ) ອາຍຸ 22 ປີເປັນປະຊາຊົນຢູ່ບ້ານ ຍາງເກົ່າ ເມືອງທ່າແຂກ ແຂວງຄຳມ່ວນ. ພ້ອມຮັບສາລະພາບຕື່ມອີກວ່າ ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ມາຈາກ ທ້າວ ຕ້ອມ ລາດສົມບັດ ຢູ່ບ້ານ ນາບົງ ເມືອງທ່າແຂກ ແຂວງຄຳມ່ວນ.

ຕໍ່ມາໃນເວລາປະມານ 16:00ໂມງ ຂອງວັນທີ່ 14 ມັງກອນ 2023 ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ຈຶ່ງໄດ້ນຳກຳລັງລົງຕິດຕາມ ເພື່ອນຳກັກຕົວ ເປົ້າໝາຍທີ່ຊັກທອດ ຈາກລາຍຄະດີດັ່ງກ່າວ ຢູ່ເຂດບ້ານນາບົງ ເມືອງທ່າແຂກ ຈຶ່ງສາມາດກັກຕົວ ທ້າວຕ້ອມ ລາດສົມບັດ ອາຍຸ 33 ປີ ເປັນປະຊາຊົນຢູ່ບ້ານ ນາບົງ ພ້ອມຢຶດເຄື່ອງຂອງກາງຢາບ້າ ຈຳນວນ 02 ມັດກັບ 07 ຖົງ. ມາດຳເນີນຄະດີຕາມລະບຽບກົດໝາຍ.

ຄະດີດັ່ງກ່າວທາງເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແມ່ນພວມເລັ່ງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການດ່ຽວກັນມາດຳເນີນຄະດີຕໍ່ໄປ.

ທີ່ມາ: ຄວາມສະຫງົບແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...