Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ແຂວງອຸດົມໄຊ ລົງກວດກາ ຮ້ານຢາສູບໄຟຟ້າ ໃສ່ລະບຽບຕໍ່ຜູ້ລະເມີດ

ເຈົ້າໜ້າທີ່ແຂວງອຸດົມໄຊ ລົງກວດກາ ຮ້ານຢາສູບໄຟຟ້າ ໃສ່ລະບຽບຕໍ່ຜູ້ລະເມີດ

Published on

ວັນທີ 2-3 ມີນາ 2023 ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ລົງເຄື່ອນໄຫວ ຕິດຕາມ, ກວດກາ ການຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ, ຊື້-ຂາຍ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ ແລະ ຢາສູບນອກລະບົບ ຢູ່ ບັນດາຫ້າງຮ້ານ ພາຍໃນເທດສະບານ ແຂວງອຸດົມໄຊ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ຈຸດປະສົງ ໃນການລົງເຄື່ອນໄຫວ ຕິດຕາມ, ກວດກາ ສິນຄ້າ ຢູ່ຕາມທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານ ຄັ້ງນີ້ ແມ່ນເພື່ອປະຕິບັດຕາມແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການ ນຳເຂົ້າ-ສົ່ງອອກ, ຊື້-ຂາຍ ແລະ ຊົມໃຊ້ຢາສູບໄຟຟ້າ, ຢາສູບນອກລະບົບ ຢູ່ ສປປ ລາວ, ເພື່ອຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃນຂົງເຂດວຽກງານອຸດສາຫະກຳ ແລະ ການຄ້າ ເນື່ອງຈາກວ່າ ປະຈຸບັນ ມີກຸ່ມໄວລຸ້ນ ແລະ ສັງຄົມ ໄດ້ຊົມໃຊ້ຢາສູບໄຟຟ້າເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເກີດມີຫຼາຍປາກົດການຫຍໍ້ທໍ້ເກີດຂຶ້ນສົ່ງຜົນກະທົບຕໍ່ສັງຄົມ.

ຜ່ານການລົງເຄື່ອນໄຫວ ຕິດຕາມ, ກວດກາ ຕົວຈິງ ພົບພໍ່ຄ້າ-ແມ່ຄ້າຈຳນວນໜຶ່ງຍັງລະເມີດ ໂດຍການນຳເອົາສິນຄ້າຕ້ອງຫ້າມ ແລະ ນອກລະບົບ ເຂົ້າມາຂາຍຢູ່ຕາມຫ້າງຮ້ານພາຍໃນເທດສະບານແຂວງ ໂດຍສະເພາະແມ່ນຢາສູບໄຟຟ້າ, ນ້ຳຢາ, ຢາສູບນຳເຂົ້າທີ່ບໍ່ຖຶກຕ້ອງ ແລະ ສິນຄ້າໝົດອາຍຸຈຳນວນໜຶ່ງ. ຕໍ່ກັບຜູ້ລະເມີດຄັ້ງນີ້ ທາງເຈົ້າໜ້າທີ່ໄດ້ຍຶດເອົາສິນຄ້າເພື່ອນຳໄປທຳລາຍຖິ້ມ ພ້ອມທັງ ສ້າງບົດບັນທຶກ ແລະ ສຶກສາອົບຮົມ, ກ່າວເຕື່ອນເຈົ້າຂອງຮ້ານ ຖ້າຫາກຍັງກວດພົບເຫັນຄັ້ງຕໍ່ໄປ ທາງເຈົ້າໜ້າທີ່ຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ທີ່ມາ: mediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...