Homeຂ່າວພາຍ​ໃນກໍ່ສ້າງຂົວຄົນຢ່າງຂ້າມທາງ ຕໍ່ໜ້າໂຮງຮຽນມັດຖະຍົມສົມບູນ ລາວ-ຫວຽດນາມ

ກໍ່ສ້າງຂົວຄົນຢ່າງຂ້າມທາງ ຕໍ່ໜ້າໂຮງຮຽນມັດຖະຍົມສົມບູນ ລາວ-ຫວຽດນາມ

Published on

ອີງຕາມລາຍການ ຂັບຂີ່ປອດໄພ ຂອງສະຖານີວິທະຍຸ ກະຈາຍສຽງແຫ່ງຊາດລາວ, ໃນວັນທີ 7 ມີນາ 2023 ນີ້ວ່າ: ພະແນກໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການກ່ຽວກັບການກໍ່ສ້າງຂົວຄົນຢ່າງຂ້າມທາງ ຢູ່ຖະໜົນໄກສອນພົມວິຫານ ຫຼັກ 5 ຕໍ່ໜ້າໂຮງຮຽນມັດຖະຍົມສົມບູນ ລາວ-ຫວຽດນາມ ທີ່ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ເຊິ່ງຈະເລີ່ມກໍ່ສ້າງຂົວຄົນຢ່າງຂ້າມທາງໂດຍໃຊ້ເວລາກໍ່ສ້າງ ໃນໄລຍະ 4 ເດືອນ ນັບຕັ້ງແຕ່ວັນທີ 8 ມີນາ 2023 ເປັນຕົ້ນໄປ ໂດຍຈະໄດ້ອ້ອມຮົ້ວບໍລິເວນ ຕີນເສົາ 2 ເບື້ອງ ແລະ ອ້ອມຝາດ້ວຍອາລູຊິງ ກຳນົດຈະສຳເລັດພາຍໃນໄລຍະ 10 ວັນ ເພື່ອສ້າງຄວາມປອດໄພ ແລະ ຈະໄດ້ຈັດດອນກາງທາງບ່ອນລົດລ້ຽວກັບ ເປັນການຊົ່ວຄາວ ໃນໄລຍະມີການກໍ່ສ້າງ ຜູ້ຂັບຂີ່ທຸກຄົນຕ້ອງໄດ້ປະຕິບັດຕາມລະບຽບ ປະຕິບັດຕາມການລະບາຍລົດຂອງເຈົ້າໜ້າທີ່ ຕາມຈຸດຕ່າງໆ, ແລະ ໄລຍະທີ່ມີການກໍ່ສ້າງປະເພດລົດຂົນສົ່ງສິນຄ້າ ຫຼື ລົດໂດຍສານຂະໜາດໃຫຍ່ ຖ້າບໍ່ມີຄວາມຈຳເປັນຫ້າມບໍ່ໃຫ້ມານຳໃຊ້ເສັ້ນທາງນີ້ ໃຫ້ໄປນຳໃຊ້ເສັ້ນທາງອື່ນແທນ ຈົນກວ່າການກໍ່ສ້າງຈະສຳເລັດ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...