spot_img
Homeຂ່າວທ້ອງຖິ່ນດ່ານພາສີ ສາກົນລະໄລ ສາມາດຈັດເກັບລາຍຮັບລື່ນແຜນ

ດ່ານພາສີ ສາກົນລະໄລ ສາມາດຈັດເກັບລາຍຮັບລື່ນແຜນ

Published on

ອີງຕາມແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ປີ 2022 ດ່ານພາສີ ສາກົນລະໄລ ແຂວງສາລະວັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 47 ຕື້ກວ່າກີບ, ລື່ນແຜນການ 24,99% ຂອງແຜນການປີ, ທຽບໃສ່ໄລຍະດຽວຜ່ານມາເພີ່ມຂຶ້ນ 71,60% ຫລື ປະມານ 27 ຕື້ກວ່າກີບ.ລື່ນແຜນການທີ່ວາງໄວ້ 24,99%. ໃນນັ້ນ, ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າ ປະເພດນໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ. ທັງນີ້ ກໍຍ້ອນຄວາມສູ້ຊົນພະຍາຍາມ, ເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ, ຈັດເກັບລາຍຮັບພາສີ, ພັນທະອື່ນໆເຂົ້າງົບປະທານແຫ່ງລັດ ຕາມກົດໝາຍ, ລະບຽບການອື່ນໆ ມີຄວາມສອດຄ່ອງ, ຄົບຖ້ວນ ແລະ ທັນເວລາ.

ທ່ານ ສຸລັດ ອິນທະວົງ ຫົວໜ້າພາສີ ປະຈຳດ່ານສາກົນລະໄລ ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ເມື່ອບໍ່ດົນນີ້ວ່າ: ຍ້ອນມີການຫັນປ່ຽນແບບແຜນການນຳພາ, ວິທີເຮັດວຽກຢ່າງຮັດກຸມ ແລະ ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ດ້ວຍການເຮັດໜ້າທີ່ໂຄສະນາເຜີຍ ແຜ່ລະບຽບຫລັກການ, ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆ ຢ່າງເຂັ້ມງວດ, ສ້າງກົນໄກການບໍລິການ, ອຳນວຍຄວາມສະດວກດ້ານພາສີ ແລະ ການຄ້າໃຫ້ແກ່ຜູ້ປະກອບການ, ຜູ້ໃຊ້ບໍລິການໄດ້ຢ່າງສະດວກ, ວ່ອງໄວ, ຖືກຕ້ອງ, ທັງໄດ້ເຂັ້ມງວດໃນການປະຕິບັດຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະ ວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ປະກົດຜົນເປັນຈິງເຮັດໃຫ້ບັນຍາກາດການຂົນສົ່ງສິນຄ້າ ຜ່ານດ່ານສາກົນລະໄລ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆ.

ທ່ານ ສຸລັດ ອິນທະວົງ ຍັງໃຫ້ຮູ້ອີກວ່າ: ເຖິງຈະໄດ້ຮັບຜົນສຳເລັດຫລາຍດ້ານກໍ່ຕາມ ແຕ່ຍັງພົບສິ່ງທ້າທາຍຕ່າງໆອີກ ເປັນຕົ້ນ ບັນຫາໄພທຳມະຊາດ ໄລຍະຝົນຕົກ 8 ເດືອນ ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ພົບຄວາມຫຍຸ້ງຍາກ, ອຸປະກອນເຕັກນິກ, ເຄື່ອງມືຮັບໃຊ້ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການວຽກງານໄລຍະໃໝ່ ເຊັ່ນ: ສາງເກັບເຄື່ອງ, ເຄື່ອງສະແກນ, ຊິງຊັ່ງນ້ຳໜັກ ທີ່ມີຄວາມຈຳເປັນ ກັບການບໍລິການ. ສຳລັບປີ 2023 ດ່ານພາສີສາກົນລະໄລ ມີແຜນຈັດເກັບລາຍຮັບແມ່ນໃຫ້ບັນລຸ 57 ຕື້ກີບ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...