Homeຂ່າວຄວາມສະຫງົບເຫດຊາຍຄົນໜຶ່ງເຂົ້າໄປທຳຮ້າຍຮ່າງກາຍປະຊາຊົນ ຢູ່ບ້ານຫ້ວຍທົນ, ເມືອງໂພນໂຮງ ແຂວງວຽງຈັນ

ເຫດຊາຍຄົນໜຶ່ງເຂົ້າໄປທຳຮ້າຍຮ່າງກາຍປະຊາຊົນ ຢູ່ບ້ານຫ້ວຍທົນ, ເມືອງໂພນໂຮງ ແຂວງວຽງຈັນ

Published on

ໃນຕອນເຊົ້າຂອງວັນທີ 1/3/023 ໄດ້ເກີດເຫດຊາຍຄົນໜຶ່ງເຂົ້າໄປທຳຮ້າຍຮ່າງກາຍຍິງ ທີ່ກຳລັງແຕ່ງກິນຢູ່ເຮືອນຄົວ ຢູ່ບ້ານຫ້ວຍທົນ, ເມືອງໂພນໂຮງ ແຂວງວຽງຈັນ.

ເຫດການດັ່ງກ່າວ, ຄົນຮ້າຍໄດ້ໃຊ້ຊວ້ານສັບເຂົ້າລຳຕົວ ຫົວ ແລະ ໃບໜ້າ ຜູ້ຍິງແຕ່ໂຊກດີມີຄົນເຂົ້າມາຊ່ວຍໄວ້ທັນ ອາການເບື້ອງຕົ້ນແມ່ນມີບາດແຜຕາມລຳຕົວ ໃບໜ້າເປັນຮອຍແຜ ແລະ ຫົວແຕກໄດ້ຍິບ 20 ກວ່າເຂັມ, ຕາມການບອກເລົ່າຂອງປະຊາຊົນ: ຊາຍຄົນນັ້ນແມ່ນຕິດຢາຢ່າງໜັກ ແລະ ເຄີຍເຂົ້າມາຂໍເງິນນຳ 2-3 ເທື່ອຈຶ່ງໃຫ້ໄປເພາະຕົນເອງຢ້ານ.

ຕໍ່ເຫດການດັ່ງກ່າວກໍຂໍໃຫ້ທຸກຄົນມີສະຕິລະມັດລະວັງຕົວ ແລະ ປ້ອງກັນຕົວເອງຈາກຄົນບໍ່ດີທີ່ເປັນພິດໄພຕໍ່ສັງຄົມ.

ທີ່ມາ: Chai Kongphachan

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...