Homeຂ່າວພາຍ​ໃນສະກັດກັ້ນຄວັນໄຟຢູ່ສະໜາມຂີ້ເຫຍື້ອທີ່ນະຄອນຫຼວງພະບາງ

ສະກັດກັ້ນຄວັນໄຟຢູ່ສະໜາມຂີ້ເຫຍື້ອທີ່ນະຄອນຫຼວງພະບາງ

Published on

ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອ ເຂດບ້ານຫຼັກແປດ ນະຄອຫຼວງພະບາງ ໄດ້ເກີດຂຶ້ນແຕ່ຕອນແລງຂອງວັນທີ 13 ກຸມພາ 2023, ປັດຈຸບັນສາມາດສະກັດກັ້ັນບໍ່ໃຫ້ໄຟລຸກລາມເປັນວົງກວ້າງ ແຕ່ຍັງມີໄຟໄໝ້ເນື້ອທີ່ຂີ້ເຫຍື້ອປະມານ 5 ເຮັກຕາ ເຖິງວ່າຈະສຸມໃສ່ດັບໄຟທີ່ໄໝ້ຢ່າງຕໍ່ເນື່ອງ.

อาจเป็นรูปภาพของ กลางแจ้ง

ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດໃນວັນທີ 1 ມີນາ 2023 ນີ້ວ່າ: ຜ່ານມາຄະນະຮັບຜິດຊອບ ໄດ້ເຮັດຂຸມຂີ້ເຫຍື້ອເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫຼາຍແມັດ ແລະ ໄດ້ຖົມຂີ້ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟອາດຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈຶ່ງເຮັດໃຫ້ການດັບໄຟພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ເກີດມີ ຄວັນໄຟອອກມາຢ່າງຕໍ່ເນື່ອງ ພາຍຫຼັງເກີດໄຟໄໝ້ຂີ້ເຫຍື້ອ ໃນຄືນວັນທີ 13 ກຸມພາ, ພາກສ່ວນຮັບ ຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບເຈົ້າໜ້າທີ່ດັບເພີງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສຸມໃສ່ດັບໄຟ ທີ່ກຳລັງລຸກໄໝ້ ທັງໄດ້ສ້າງແລວກັນໄຟບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫຼອດຄືນ ແຕ່ບໍ່ສາມາດດັບໄຟໄດ້, ມາຮອດປັດຈຸບັນ ຍັງມີຄວັນໄຟອອກມາຈາກອ່າງເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟແມ່ນມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດເຫດມີບໍລິເວນກວ້າງ;ການປະຕິບັດຕົວຈິງແມ່ນພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນ, ພ້ອມນີ້ ພາຫະນະກົນຈັກທີ່ໃຊ້ຢູ່ພາຍໃນສະໜາມຂີ້ເຫຍື້ອ ມີຄວາມຊຸດໂຊມຕ້ອງໄດ້ສ້ອມແປງເປັນໄລຍະ, ປັດຈຸບັນພາກສ່ວນຮັບຜິດຊອບ ພວມສືບຕໍ່ສີດນ້ຳສະກັດຄວັນ ທີ່ອອກມາຈາກອ່າງຂີ້ເຫຍື້ອ ແລະ ໄດ້ນຳໃຊ້ດິນຖົມຂີ້ເຫຍື້ອທີ່ເກີດເປັນຄວັນ ໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະ ພາກທຸລະກິດ ເປັນຕົ້ນ ການສົມທົບອຸປະກອນ ແລະ ພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ.

อาจเป็นรูปภาพของ 6 คน, ผู้คนกำลังยืน และ กลางแจ้ง

ມາໃນວັນທີ 1 ມີນາ 2023 ນີ້, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ລົງໄປກວດກາເບິ່ງພື້ນທີ່ຕົວຈີງ ແລະ ໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ລະດົມບັນດາບໍລິສັດທີ່ມີກົນຈັກເຂົ້າມາຊ່ວຍ, ທັງສະໜອງງົບປະມານເຂົ້າໃນການບໍລິຫານວຽກ ເພື່ອໃຫ້ສາມາດແກ້ໄຂບັນຫາສະພາບໃຫ້ດີຂຶ້ນ. ພ້ອມນີ້, ທ່ານໄດ້ຊີ້ນຳໃຫ້ອົງການປົກຄອງ ນະຄອນຫຼວງພະບາງ ອອກແຈ້ງການເຕືອນໃຫ້ປະຊາຊົນພ້ອມກັນຮັກສາສຸຂະພາບ ດ້ວຍການໃສ່ຜ້າອັດປາກ-ດັງ ເວລາອອກນອກເຮືອນ.

ແຫຼ່ງຂ່າວ ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...