spot_img
Homeຂ່າວການພັດທະນາພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວຢູູ່ເຂດພູຫຍ້າຄາ

ພິທີເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວຢູູ່ເຂດພູຫຍ້າຄາ

Published on

ໃນວັນທີ 24 ກຸມພາ 2023 ຜ່ານມາ, ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດພິທີ ເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູູ່ເຂດພູຫຍ້າຄາ, ບ້ານຫລັກ 32, ເມືອງໄຊ, ແຂວງອຸດົມໄຊ ຮ່ວມລົງນາມເຊັນສັນຍາໂດຍແມ່ນ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ,ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າພະແນກ ຖວທ ແຂວງ ແລະ ຕາງໜ້າຝ່າຍບໍລິສັດໂດຍແມ່ນ ທ່ານ ນໍເນັງ ລິ ອຳນວຍການບໍລິສັດ ຍອດນ້ຳງາ ພັດທະນາ ຈໍາກັດຜູ້ດຽວ ໂດຍມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂັ້ນແຂວງ,ເມືອງ,ອົງການປົກຄອງບ້ານ ແລະ ບັນດາພະແນກການ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ແຂວງອຸດົມໄຊ ອະນຸຍາດໃຫ້ ບໍລິສັດ ລົງທຶນພັດທະນາແຫລ່ງທ່ອງທ່ຽວຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູູ່ເຂດພູຫຍ້າຄາ, ບ້ານຫລັກ 32,ເມືອງໄຊ, ແຂວງອຸດົມໄຊ ໃນເນື້ອທີ່ທັງຫມົດ 1.967 ກວ່າເຮັກຕາ;ໃນນັ້ນ, ເນື້ອທີ່ສຳປະທານເພື່ອພັດທະນາເປັນເຂດບໍລິການ ມີເນື້ອທີ່ 6 ເຮັກຕາກວ່າ ແລະ ເນື້ອທີ່ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວແບບອານຸລັກທໍາມະຊາດແມ່ນ1.961 ກວ່າເຮັກຕາໂດຍແມ່ນບໍລິສັດ ເປັນຜູ້ຮັບຜິດຊອບພຽງຜູ້ດຽວ ທາງດ້ານທຶນຮອນ 100%ໃນມູນຄ່າ2.286.000 ໂດລາສະຫະລັດ ເຊິ່ງມີອາຍຸສັນຍາ 50 ປີ ໂດຍມີກິດ 6 ກິດຈະກຳຫລັກຄື: ທ່ອງທ່ຽວປ່າທໍາມະຊາດ ເຊັ່ນ: ທ່ຽວຊົມນ້ຳຕົກຕາດ, ຍ່າງຊົມທໍາມະຊາດ ແລະ ຂີ່ສະລິງ,ທ່ອງທ່ຽວດ້ານວັດທະນະທໍາ ເຊັ່ນ: ຊົມສິນລະປະວັນນະຄະດີ , ຊົມວິຖີດໍາລົງຊີວິດຂອງຊົນເຜົ່າ, ຊົມການຕໍ່າຫູກ, ຈັກສານ, ຊົມການປູກພືດຜັກ ແລະ ຫມາກໄມ້, ມີບໍລິການສະຖານທີ່ພັກເຊົາເຊັ່ນ: ຮ້ານອາຫານ ເຮືອນພັກ, ກາງເຕັ້ນ, ໂຮມສະເຕ, ບໍລິການອາຫານ ,ເຄືອງດື່ມ ແລະຍັງມີບໍລິການດ້ານການບໍາບັດສຸຂະພາບ ສະຖານທີ່ອອກກໍາລັງກາຍ ແລະ ອົບນວດຜ່ອນຄາຍ.

ຈຸດປະສົງແມ່ນເພື່ອຈະພັດທະນາເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ໂດຍແນໃສການສົ່ງເສີມ ແລະດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ນຳໃຊ້ທ່າແຮງຂອງແຂວງອຸດົມໄຊ ເພື່ອກະຕຸກຊຸກຍູ້ການພັດທະນາທ້ອງຖິ່ນ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນມີລາຍຮັບທີ່ຫມັ້ນຄົງ

ທີ່ມາ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...