spot_img
Homeຂ່າວພາຍ​ໃນອັບເດດເຫດນັກຮຽນຂີ່ລົດຈັກຊ້ອນ3 ສວນເລນ ຕຳລົດເກັງ ເສຍຊີວິດຄາທີ່ 1 ຄົນ

ອັບເດດເຫດນັກຮຽນຂີ່ລົດຈັກຊ້ອນ3 ສວນເລນ ຕຳລົດເກັງ ເສຍຊີວິດຄາທີ່ 1 ຄົນ

Published on

ເກີດອຸປະຕິເຫດນັກຮຽນຂັບຂີ່ລົດຈັກຊ້ອນກັນສາມຄົນ ຂັບຂີ່ສວນທາງໄປຕຳໃສ່ລົດເກັງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ, ບາດເຈັບສາຫັດ 2 ຄົນ ຢູ່ເຂດບ້ານຫຼວງ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານເວລາ 20:00 ໂມງ ຂອງວັນທີ 16 ກຸມພາ 2023 ໄດ້ມີລົດເກັງ ໂຕໂຍຕ້າ, ສີຂາວ, ທະບຽນ ຄສ 0234 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ຈ໋າຍແຝງ ອາຍຸ 38 ປີ ຢູ່ບ້ານນ້ຳແງ້ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ຂັບຂີ່ອອກມາຈາກບ້ານປຸງ ເມືອງຫຼວງນ້ຳທາ ຈະໄປເທດສະບານແຂວງ ແລ່ນຢູ່ໃນເລນຂວາມືຂອງຕົນ ໄປຕໍາໃສ່ລົດຈັກ ຮອນດ້າ ບໍ່ມີປ້າຍທະບຽນ ຂັບຂີ່ຊ້ອນກັນອອກຈາກເສັ້ນທາງຮ່ອມບ້ານວຽງໃຕ້ ທີ່ແລ່ນຢູ່ໃນເລ່ນຊ້າຍ (ຂີ່ສວນທາງ) ເຮັດໃຫ້ ທ້າວ ສາຍທອງ ອາຍຸ 16 ປີ ນັກຮຽນ ຢູ່ບ້ານນ້ຳດີ (ຜູ້ຂັບເສຍຊີວິດ), ທ້າວ ນູ ອາຍຸ 16 ປີ ນັກຮຽນ ຢູ່ບ້ານວຽງເງິນ (ຜູ້ຊ້ອນທ້າຍ1) ໄດ້ຮັບບາດເຈັບສາຫັດ, ທ້າວ ໄກສອນ ອາຍຸ 16 ປີ, ນັກຮຽນ ຢູ່ບ້ານ ວຽງທອງ (ຜູ້ຊ້ອນທ້າຍ2) ໄດ້ຮັບບາດເຈັບສາຫັດ, ທັງ 3 ຄົນ ແມ່ນຢູ່ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ.

ອຸປະຕິເຫດດັ່ງກ່າວ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ ແລະ ຜູ້ຊ້ອນທ້າຍ 2 ຄົນ ໄດ້ຮັບບາດເຈັບສາຫັດ ພາຫະນະເປ່ເພສົມຄວນທັງ 2 ຄັນ, ມູນຄາເສຍຫາຍປະມານ 70.000.000 ກວ່າກີບ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...