spot_img
Homeຂ່າວພາຍ​ໃນພະແນກການເງິນ ນວ ສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023

ພະແນກການເງິນ ນວ ສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023

Published on

ໃນວັນທີ 28 ກຸມພາ 2023 ນີ້, ທີ່ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ພະແນກການເງິນນະຄອນຫຼວງວຽງຈັນ (ນວ), ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ໂດຍການເປັນປະທານຂອງຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງກົມຈາກກະຊວງການເງິນ, ເຈົ້າເມືອງ, ຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງນະຄອນຫຼວງວຽງຈັນ, ຫົວໜ້າສາມຂະແໜງສາຍຕັ້ງ (ພາສີ, ສ່ວຍສາອາກອນ, ຄັງເງິນ) ພະນັກງານຫຼັກ ແຫຼ່ງຂະແໜງການເງິນ, ປະຈໍາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022 ໂດຍມີໃຫ້ເຫັນດ້ານຕັ້ງໜ້າ, ບາງຂໍ້ ຄົງ ຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ໄດ້ກໍານົດທິດທາງແຜນການປີ 2023 ເພື່ອສືບຕໍ່ການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສໍາເລັດຕາມແຜນການທີ່ກໍານົດໄວ້.

ໃນປີ 2022 ພະແນກການເງິນ ນະຄອນຫຼວງວຽງຈັນ, ໄດ້ຮັບແຜນການຈັດເກັບລາຍຮັບທັງໝົດ 5.596,26 ຕື້ກີບ, ສາມາດປະຕິບັດໄດ້ 5.610,32 ຕື້ກີບເທົ່າກັບ 100,25%, ຂອງແຜນການປີ (ເປັນເງິນລື່ນແຜນ 14,06 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20,85% (ເປັນເງິນເທົ່າກັບ 967,82 ຕື້ກີບ).

ໃນນັ້ນ, ລາຍຮັບພູດສູນກາງ (ພາສີ) ແຜນການ 4.100 ຕື້ກີບ, ປະຕິບັດໄດ້ 3.831,34 ຕື້ກີບເທົ່າກັບ 93,45% ຂອງແຜນການປີ, ເປັນເງິນຫຼຸດແຜນ 268,65 ຕື້ກີບ,ທຽບໄລຍະດຽວກັນເພີ່ມຂຶ້ນ 25,24% (ເປັນເງິນເທົ່າກັບ 772,23 ຕື້ກີບ).

ສ່ວນລາຍຮັບທ້ອງຖິ່ນ (ນວ) ແຜນການ 1.496,26 ຕື້ກີບ, ສາມາດປະຕິບັດໄດ້ 1.778,98 ຕື້ກີບເທົ່າກັບ 118,89% ຂອງແຜນການປີ (ເປັນເງິນລື່ນແຜນ 282,71 ຕື້ກີບ) ທຽບໄລຍະດຽວເພີ່ມຂຶ້ນ 12,35% (ເປັນເງິນເທົ່າກັບ 195,59 ຕື້ກີບ).

ດ້ານລາຍຈ່າຍແຜນການປີ 2022 ທັງໝົດ 825,54 ຕື້ກີບ, ສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 817,35 ຕື້ກີບເທົ່າກັບ 99,01% ຂອງແຜນການປີ (ສາມາດຫຼຸດຜ່ອນລາຍຈ່າຍ ຫຼື ປະຢັດລາຍຈ່າຍໄດ້ 8,19 ຕື້ກີບ) ແລະ ບັນດາລາຍຈ່າຍຕ່າງໆແມ່ນສາມາດຊຳລະສະສາງກ່ອນວັນທີ 31 ທັນວາ 2022 ຕາມກົດໝາຍວ່າດ້ວຍງົບປະມານກຳນົດ. ໃນນັ້ນ, ລາຍຈ່າຍບໍລິຫານປົກກະຕິປະຕິບັດໄດ້ 696,68 ຕື້ກີບເທົ່າກັບ 99,22% ຂອງແຜນການປີ,ລາຍຈ່າຍການລົງທຶນຂອງລັດ, ປະຕິບັດໄດ້ 120,67 ຕື້ກີບເທົ່າກັບ 97,82% ຂອງແຜນການປີ; ການດຸ່ນດ່ຽງແຜນການດຸ່ນດ່ຽງປີ 2022 ທັງໝົດ 853,73 ຕື້ກີບສາມາດປະຕິບັດໄດ້ 853,73 ຕື້ກີບເທົ່າກັບ 100% ຂອງແຜນການປີ.

ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຈາກຂະແໜງການຕ່າງໆ ແລະ ຮັບຟັງການໂອ້ລົມ-ຄຳເຫັນທິດຊີ້ນໍາຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ເພື່ອເປັນທິດຊີ້ນໍາໃນການປັບປຸງ-ພັດທະນາໃຫ້ແກ່ຂະແໜງການເງິນ ແລະ ພະ ນັກງານ-ລັດຖະກອນຫຼັກແຫຼ່ງ, ໄດ້ນໍາໄປສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຕົວຈິງຢ່າງມີຈຸດສຸມ, ເພື່ອພັດທະນາຂະແໜງການເງິນຢ່າງຮອບດ້ານໃຫ້ຫັນໄປສູ່ຄວາມທັນສະໄໝໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ, ເພື່ອເຮັດໃຫ້ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ, ລະບຽບການ, ພ້ອມສູ້ຊົນໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2023 ໃຫ້ລື່ນແຜນການຕາມລະດັບຄາດໝາຍ.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...