Homeຂ່າວພາຍ​ໃນນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທາງລົດໄຟລາວ-ຈີນ

ນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທາງລົດໄຟລາວ-ຈີນ

Published on

ວັນທີ 27 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຕາງຫນ້ານະຄອນຫຼວງວຽງຈັນມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຄື່ອນໄຫວຊຸກຍູ້ກ່ຽວກັບການກະກຽມຄວາມພ້ອມໃນການບໍລິການຕ້ອນຮັບນັກທ່ອງທ່ຽວ – ຜູ້ໂດຍສານຈີນດ້ວຍລົດໄຟຄຸນຫມິງ ແລະ ລົດໄຟ ລາວ-ຈີນ.

 

ການເຄື່ອນໄຫວຄັ້ງນີ້ ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຕິດຕາມກວດກາສະພາບການບໍລິການສະຖານີລົດໄຟ ລາວ-ຈີນ ຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍສະເພາະການຂາຍປີ້ໂດຍສານ ສະຖານທີ່ພັກເຊົາລໍຖ້າຂອງຜູ້ໂດຍສານ ການບໍລິການຮ້ານ ອາຫານ ຮ້ານຂາຍເຄື່ອງທົ່ວໄປ ຫ້ອງນໍ້າ ຫ້ອງລໍຖ້າວີໄອພີ ຈຸດກວດກາເປົາເດີນທາງ ແລະ ອື່ນໆ ພ້ອມນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ຖາມ ເຈາະຈິ້ມຕື່ມບາງບັນຫາທີ່ເປັນຫາງສຽງສັງຄົມ ເຊັ່ນ: ການເກັບຄ່າບໍລິການລົດຮັບ-ສົ່ງຜູ້ໂດຍສານເຂົ້າສູ່ສະຖານີ ຄ່າຝາກລົດ ແລະ ການຈໍາຫນ່າຍປີ້ລົດໄຟ ທີ່ຍັງເກີດມີຊ່ອງຫວ່າງສ້າງຄວາມຫຍຸ້ງຍາກໃນການມາໃຊ້ບໍລິການ.

ໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟ ລາວ-ຈີນ ຢູ່ສໍານັກງານໃຫຍ່ບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ເຊິ່ງໄດ້ຮັບຟັງການລາຍງານສະພາບລວມ ແຜນວຽກຈຸດສຸມການຈັດຕັ້ງປະຕິບັດວຽກງານ ຂົນສົ່ງທາງລົດໄຟ ລາວ-ຈີນ ຈາກ ທ່ານ ຈູ ກົວ ຈຽງ ປະທານສະພາບໍລິຫານບໍລິສັດລົດໄຟ ລາວ-ຈີນ ຈໍາກັດ ຕື່ມອີກ ແລະ ຍັງໄດ້ຮັບຟັງ ການລາຍງານວຽກງານທີ່ຕິດພັນກັບໂຄງການລົດໄຟ ລາວ-ຈີນ ແລະ ໄດ້ເປີດກວ້າງໃຫ້ຫຼາຍພາກສ່ວນປະກອບຄໍາຄິດເຫັນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານລົດໄຟ ລາວ-ຈີນ ມີການປັບປຸງໃຫ້ມີຄຸນນະພາບ ເຮັດໃຫ້ການບໍລິການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້ານັບມື້ດີຂຶ້ນ ພ້ອມດຽວກັນທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ເຂົ້າຮ່ວມ ນໍາເອົາເນື້ອໃນຈິດ ໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຂົງເຂດຄວາມຮັບຜິດຊອບຂອງຂະແຫນງການ ແລະ ພາກສ່ວນຂອງຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ໂດຍສະເພາະການແກ້ໄຂຂໍ້ຄົງຄ້າງຕ່າງໆໃນໄລຍະຜ່ານມາ ກໍຄືປັດຈຸບັນ ເພື່ອເຮັດໃຫ້ການກະກຽມຕ້ອນຮັບນັກທ່ອງທ່ຽວ ສປ ຈີນ ໄດ້ມີຄວາມພ້ອມຮອບດ້ານ.

 

ສໍາລັບ ລົດໄຟ ລາວ-ຈີນ ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ສາມາດສ້າງຄວາມສະດວກໃຫ້ປະຊາຊົນໃນການອອກເດີນທາງຊຸກຍູ້ການຄ້າສາກົນໄດ້ຢ່າງຫຼວງຫຼາຍ ເປັນກໍາລັງແຮງສໍາຄັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມລາວ ມາຮອດວັນທີ 25 ກຸມພາ 2023 ສາມາດແລ່ນລົດໂດຍສານໄດ້ 2.776 ຂະບວນ ຂົນສົ່ງໂດຍສານ 1.829.400 ຄົນ ອັດຕາໂດຍສານຂຶ້ນນັ່ງລົດ 87,25% ສະເລ່ຍຂົນສົ່ງ 4.065 ຄົນຕໍ່ວັນ ຂົນສົ່ງສິນຄ້າໄດ້ 3.517 ຂະບວນ ສົ່ງສິນຄ້າໄດ້ 2,8 ລ້ານໂຕນ ລາຍການສິນຄ້າຈາກໄລຍະເລີ່ມຕົ້ນແຕ່ 100 ລາຍການ ປັດຈຸບັນມີ 2.000 ກວ່າລາຍ ການ ກວມເອົາສິນຄ້າຈາກຫຼາຍປະເທດ ທຽບໃສ່ປີ 2016 ຈາກຜົນສໍາຫຼວດຂອງທະນາຄານໂລກການຂົນ ສົ່ງສິນຄ້າລາວ ແລະ ຈີນ ຜ່ານເສັ້ນທາງບົກແມ່ນ 120.000 ໂຕນ ນອກນີ້ບໍລິສັດຍັງໄດ້ສົ່ງເສີມສ້າງວຽກເຮັດງານທໍາໃຫ້ນັກຮຽນ ນັກສຶກສາລາວຫຼາຍກວ່າ 800 ຄນ ກວມເອົາ 60% ຂອງພະນັກງານ ສະຫຼຸບແລ້ວພາຍໃຕ້ການຊ່ວຍເຫຼືອຈາກລັດຖະບານສອງປະເທດ.

ພາບ-ຂ່າວ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...