Homeຂ່າວຕ່າງປະເທດເຫດເຮືອອົບ​ພະ​ຍົບຈົມ ໃນທະເລ​ເມ​ດິ​ເຕີ​ເລ​ນຽນ

ເຫດເຮືອອົບ​ພະ​ຍົບຈົມ ໃນທະເລ​ເມ​ດິ​ເຕີ​ເລ​ນຽນ

Published on

ເກີດເຫດເຮືອ​ອົບ​ພະ​ຍົບ​ໄດ້​ຈົມ​ລົງ​ໃນ​ພາກ​ໃຕ້​ຂອງ​ອີ​ຕາ​ລີ ສົ່ງຜົນໃຫ້ຄົນໄດ້ເສຍຊີວິດຢ່າງໜ້ອຍ 59 ຄົນ, ລວມທັງເດັກນ້ອຍ. ແລະ ແມ່ຍິງລວມຢູ່ນຳກັນ ເຊິ່ງມັນ​ເປັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ມາ​ເປັນ​ເວ​ລາ​ຫຼາຍ​ສິບ​ປີ​ໃນທະເລ​ເມ​ດິ​ເຕີ​ເລ​ນຽນ​.

ວັນ​ທີ 26 ກຸມພາ 2023 ຜ່ານມາ, ສຳນັກ​ຂ່າວສານ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ເຮືອ​ອົບ​ພະ​ຍົບ​ລຳ​ໜຶ່ງ​ໄດ້​ຈົມ​ລົງ​ໃນ​ທະ​ເລທະເລ​ເມ​ດິ​ເຕີ​ເລ​ນຽນ ເຊິ່ງເຮືອລຳດັ່ງກ່າວເປັນເຮືອໄມ້ທີ່ມີຄວາມຍາວ 20 ແມັດແຕ່ບັກທຸກຜູ້ອົບພະຍົບ 140-150 ຄົນອອກເດີນທາງຈາກເມືອງ ອີຊມີ ຂອງຕວັກກີ ເມື່ອ 3-4 ມື້ກ່ອນຊຶ່ງເຮືອຂະໜາດນ້ອຍບໍ່ສາມາດຕ້ານຄຶ້ນທະເລໄດ້ ແລະ ເຮັດໃຫ້ເຮືອຈົມລົງໃນທີ່ສຸດ.

ຕຳຫຼວດ ແລະ​ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຮ່ວມ​ກັນ​ກວດກາ ​ແລະ ​ຈັດການ​ບັນດາ​ສົບ​ຂອງ​ຜູ້​ອົບ​ພະຍົບ ທີ່​ຫາດ​ຊາຍ​ຝັ່ງ​ຂອງ Calabria ໃນ​ພາກ​ໃຕ້​ຂອງ​ອີ​ຕາ​ລີ, ມີ​ຜູ້​ລອດ​ຊີ​ວິດ​ປະ​ມານ 80 ຄົນ​ໃນ​ເບື້ອງ​ຕົ້ນ​ໄດ້​ຖືກ​ພົບ​ເຫັນ​ເກາະຢູ່ເສດໄມ້​ຢູ່​ໃນ​ນ້ຳ ໂດຍຖືກ​ພົບ​ເຫັນ​ວ່າ​ເປັນ​ຊາວ​ອີ​ຣ່ານ, ປາ​ກິ​ສ​ຖານ ແລະ​ອັ​ຟ​ກາ​ນິ​ສ​ຖານ ເສຍຊີວິດຢ່າງໜ້ອຍມີ 59 ຄົນ, ລວມທັງເດັກນ້ອຍເກີດໃໝ່, ເດັກນ້ອຍ ແລະ ຜູ້ຍິງ, ໂດຍຄາດວ່າຈະພົບເຫັນສົບເພີ່ມອີກ.

ທີ່ມາ: Thai pbs

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...