spot_img
Homeຂ່າວຕ່າງປະເທດWHO ເຕືອນສະຖານະການໄຂ້ຫວັດນົກທີ່ຈະກຳລັງລະບາດໃນກຳປູເຈຍ

WHO ເຕືອນສະຖານະການໄຂ້ຫວັດນົກທີ່ຈະກຳລັງລະບາດໃນກຳປູເຈຍ

Published on

ອົງການອະນາໄມໂລກຕອບສະໜອງຕໍ່ການເສຍຊີວິດຂອງເດັກນ້ອຍ ອາຍຸ 11 ປີ ໃນກຳປູເຈຍ ທີ່ເປັນໄຂ້ຫວັດນົກ ວ່າ ການແຜ່ລະບາດໄວຣັສໃນທົ່ວໂລກເປັນສິ່ງທີ່ໜ້າກັງວົນ.

ດຣ. ຊິວວີ ໄບຣອັນ ຜູ້ອຳນວຍການຝ່າຍການກຽມພ້ອມ ແລະ ການປ້ອງກັນການແຜ່ລະບາດຂອງພະຍາດ ຂອງອົງການອະນາໄມໂລກ ກ່າວວ່າ ໜ່ວຍງານຂອງສະຫະປະຊາຊາດກຳລັງເຝົ້າເບິ່ງກັບກຳປູເຈຍ ເພື່ອທຳຄວາມເຂົ້າໃຈຕື່ມກ່ຽວກັບການລະບາດ.

ສະຖານະການທົ່ວໂລກ ກ່ຽວກັບໄຂ້ຫວັດນົກວ່າ ເປັນຕາກັງວົນຫຼາຍ ເນື່ອງຈາກໄວຣັສແຜ່ລະບາດເປັນວົງກວ້າງໃນນົກທົ່ວໂລກ ແລະ ມີລາຍງານການຕິດເຊື້ອໃນສັດລ້ຽງລູກດ້ວຍນ້ຳນົມ ລວມເຖິງຄົນເຮົາ.

ໂດຍທາງອົງການອະນາໄມໂລກຕະໜັກເຖິງຄວາມສ່ຽງຈາກໄວຣັສນີ້ ແລະ ຮຽກຮ້ອງໃຫ້ທຸກປະເທດເພີ່ມຄວາມລະມັດລະວັງ.

ເດັກນ້ອຍ ເພດຍິງ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງກຳປູເຈຍ ເສຍຊີວິດໃນວັນພຸດ ທີ 22 ກຸມພາ ທີ່ຜ່ານມາ ພາຍຫຼັງຜົນກວດຢືນຢັນວ່າເຊື້ອໄຂ້ຫວັດນົກສາຍພັນ H5N1 ຕາມການລະບຸຂອງກະຊວງສາທາລະນະສຸກກຳປູເຈຍ ເຊິ່ງເດັກນ້ອຍໄດ້ບໍ່ສະບາຍຕັ້ງແຕ່ວັນທີ 16 ກຸມພາ ແລະ ອາການຍິ່ງຊຸດໂຊມລົງ ເດັກຖືກສົ່ງໄປໂຮງໝໍດ້ວຍອາການໄຂ້ສູງ 39 ອົງສາ ພ້ອມກັບອາການໄອ ແລະ ເຈັບຄໍ.

ພໍ່ຂອງເດັກນ້ອຍກໍກວດພົບເຊື້ອເຊັ່ນກັນ ແຕ່ຍັງບໍ່ສະແດງອາການໃດໆ.

ໄຂ້ຫວັດນົກສາມາດແຜ່ກະຈາຍຈາກສັດປີກ ສູ່ສັດປີກດ້ວຍກັນ ແລະ ສາມາດແຜ່ກະຈາຍໄປສູ່ຄັນໄດ້ ແລະ ຈາກການກວດພົບເຊື້ອໃນສັດລ້ຽງລູກດ້ວຍນ້ຳນົມຫຼາຍຊະນິດ ໄວຣັສສາມາດແຜ່ກະຈາຍຈາກຄົນສູ່ຄົນໄດ້ງ່າຍ ແລະ ອາດກໍ່ໃຫ້ເກີດການລະບາດຄັ້ງໃຫຍ່.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...