Homeຂ່າວພາຍ​ໃນ​ມີ​ພິທີ​ເປີດ​ການ​ນຳ​ໃຊ້​ປ້ຳນ້ຳມັນ​ເຊື້ອ​ໄຟ​ກອງທັບ

​ມີ​ພິທີ​ເປີດ​ການ​ນຳ​ໃຊ້​ປ້ຳນ້ຳມັນ​ເຊື້ອ​ໄຟ​ກອງທັບ

Published on

ໃນ​ວັນ​ທີ 23 ກຸມພາ 2023 ຜ່ານມາ, ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມີ​ພິທີ​ເປີດ​ການ​ນຳ​ໃຊ້​ປ້ຳນ້ຳມັນ​ເຊື້ອ​ໄຟ​ກອງທັບ ແບບ​ທັນ​ສະໄໝ ຂຶ້ນ​ໂດຍ​ການ​ເປັນປະທານ​ຂອງ​ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກຳມະການຄະນະ​ປະຈຳ​ພັກ​ກະຊວງ ຫົວໜ້າ​ກົມໃຫຍ່​ພະລາທິການ​ກອງທັບ, ມີ​ຫົວໜ້າ​ກົມ, ຄະນະ​ກົມ, ແຂກ​ທີ່​ ຖືກເຊີນ​ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ກົມ​ນ້ຳມັນ​ເຊື້ອ​ໄຟ​ເຂົ້າ​ຮ່ວມ.

ສະຫາຍ ພັນ​ເອກ ຈັນທະ​ຈັກ ໄຊ​ຍະ​ວົງສາ ຫົວໜ້າ​ກົມ​ນ້ຳມັນ​ເຊື້ອ​ໄຟ ຂຶ້ນ​ກ່າວ​ຈຸດປະສົງ ​ແລະ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ສາງນ້ຳມັນ​ໂພນ​ເຄັງ ໃນ​ທ່າມກາງ​ທົ່ວ​ພັກ, ທົ່ວ​ກອງທັບ​ພວມ​ຈັດ​ຕັ້ງຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ຄະນະພັກ​ກົມ​ໃຫຍ່​ພະລາທິການ ກໍຄື​ການ​ປະຕິບັດ 2 ວາລະ​ແຫ່ງ​ຊາດໃຫ້​ມີ​ຜົນສຳເລັດ, ປ້ຳນ້ຳມັນ​ກະຊວງ​ປ້ອງ​ກັນ​ປະເທດ ແມ່ນ​ໜຶ່ງໃນ​ບັນດາ​ປ້ຳນ້ຳມັນ​ ແລະ ​ສາງ​ນ້ຳ ມັນ​ຍຸດ​ທະ​ສາດ​ຂອງ​ກອງທັບຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ທາງ​ດ້ານ​ວິຊາ​ສະເພາະ​ຂອງ​ກົມ​ນ້ຳມັນ​ເຊື້ອ​ໄຟ ກົມ​ໃຫຍ່​ພະລາທິການ​ກອງທັບ ໃນ​ເມື່ອ​ກ່ອນ​ເອີ້ນ​ວ່າປ້ຳນ້ຳມັນ​ໂພນ​ເຄັງ​ຂຶ້ນ​ກັບ​ກົມ​ນ້ຳມັນ​ເຊື້ອ​ໄຟ​ເປັນ​ປ້ຳນ້ຳມັນ1 ໃນ 3 ປ້ຳ​ຂອງ​ລະບອບ​ເກົ່າ(ປ້ຳ​ໂພນ​ເຄັງ, ຈີ່​ນາຍ​ໂມ້​ ແລະ ​ສີ​ໄຄ)ມາ​ຮອດ​ປີ 2008 ຈຶ່ງ​ໄດ້​ປັບປຸງ​ໃໝ່​ໂດຍ​ປະຕິບັດ​ຕາມ​ແຜນການ​ຍຸດ​ທະ​ສາດໃນ​ການ​ປັບປຸງ​ກໍ່ສ້າງ​ກອງ ທັບ​ປະຕິວັດ​ມີ​ແບບແຜນ​ທັນ​ສະໄໝ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ການ​ປັບປຸງ​ກໍ່ສ້າງ​ຂະແໜງ​ນ້ຳມັນ​ເຊື້ອ​ໄຟ​ກອງທັບ​ໃຫ້​ກ້າວໜ້າ ເຂັ້ມແຂງ ໜັກ​ແໜ້ນ​ ແລະ​ ຫັນ​ເປັນ​ທັນ​ສະໄໝ​ດັ່ງນັ້ນ​ກະ ຊວງ​ປ້ອງ​ກັນ​ປະເທດ​ຈຶ່ງ​ໄດ້​ອະນຸ ມັດ​ງົບປະມານກໍ່ສ້າງ​ປ້ຳນ້ຳມັນ​ກະຊວງ​ປ້ອງ​ກັນ​ປະເທດ​ຕາມ​ໜັງສື​ສະເໜີ​ຂອງກົມ​ນ້ຳມັນ​ເຊື້ອ​ໄຟ​ສະບັບ​ເລກ​ທີ074/​ກຊຟ,ລົງ​ວັນ​ທີ 15/02/2022 ມີ​ມູນ​ຄ່າ​ທັງ​ໝົດ 1.919.901.632 ກີບ​ຈຸດປະສົງ​ກໍ່​ເພື່ອ​ຮັບປະກັນໃຫ້​ມີ​ຄວາມ​ສະດວກ, ມີ​ຄວາມ​ປອດ​ໄພ, ປະ​ຫຍັດ, ຫຼຸດ​ຜ່ອນ​ກຳລັງ ໃນ​ການ​ເຮັດ​ໜ້າທີ່​ເບີກ-ຈ່າຍ​ນ້ຳມັນ ໂດຍ​ນຳ​ໃຊ້​ວິທີ​ການ​ທີ່​ທັນ​ສະໄໝຜ່ານ​ລະບົບ​ສະ​ແກນ(ຄິວ​ອາ​ໂຄ​​ສ) ໂຄງ​ປະກອບ​ຂອງ​ປ້ຳມີ​ບໍ​ລິ​ມາດ​ບັນຈຸ​ແອັດ​ຊັງ 22.000 ລິດ, ກາ​ຊວນ 30.000 ລິດ, ລະບົບ​ເບີກ​ຈ່າຍ​ແມ່ນ​ມີ 8 ຫົວ​ຈ່າຍ​ນ້ຳມັນ, ສາມາດຮັບປະກັນ​ໃຫ້​ບັນດາ​ກົມ​ກອງ​ທີ່ຢູ່​ອ້ອມ​ຂ້າງ​ຄ້າຍ​ໂພນ​ເຄັງ​ ແລະ ບັນດາ​ກົມ​ກອງ​ອື່ນໆ ສາມາດ​ເບີກ​ຈ່າຍ-ໄດ້​ທຸກເວລາ, ມີ​ຈັກ​ໄຟຟ້າ​ສຳຮອງ​ເພື່ອ​ຮັບປະກັນ​ເວລາ​ໄຟ​ຕິດ​ຂັດ.

ໂອກາດ​ດຽວ​ກັນ​ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ ກົມ​ນ້ຳມັນ​ເຊື້ອ​ໄຟ​ ແລະ ຍັງຮຽກຮ້ອງ​ໃຫ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການເມືອງ​ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ​ໃຫ້​ມີ​ຄວາມທົນ​ທານ, ມີ​ປະສິດທິພາບ, ການ​ເບີກ-ຈ່າຍ​ໃຫ້​ທັນເວລາ​ ແລະ​ ສະພາບ​ການ.

ອ້າງອີງ:Lao people’s Army News

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...