spot_img
Homeຂ່າວຕ່າງປະເທດນ້ຳຖ້ວມໜັກຢູ່ໂມຣັອກໂກ ເສຍຊີວິດແລ້ວ 32 ຄົນ

ນ້ຳຖ້ວມໜັກຢູ່ໂມຣັອກໂກ ເສຍຊີວິດແລ້ວ 32 ຄົນ

Published on

z-1_184

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພະຈິກນີ້ວ່າ ເກີດນ້ຳຖ້ວມໃນປະເທດໂມຣັອກໂກ ຫລັງຈາກຝົນຕົກ

ໜັກເປັນເວລາຫລາຍມື້ ມີຜູ້ເສຍຊີວິແລ້ວ 32 ຄົນ ບ້ານເຮືອນເສຍຫາຍ 100 ກ່ວາຫລັງ.

 

ໄພພິບັດດັ່ງກ່າວເກີດຂຶ້ນໃນເມືອງມາຣາເກດ ຝົນຕົກໜັກຕໍ່ເນື່ອງກັນຫລາຍມື້ ໄດ້ເຮັດໃຫ້ລະດັບນ້ຳໃນແມ່ນ້ຳແທມ

ຊອດເພີ່ມສູງຂຶ້ນເລື້ອຍໆ ກ່ອນທີ່ຈະໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ເຊິ່ງເປັນເຮືອນທີ່ກໍ່ດ້ວຍດິນຈີ່ ແລະ ດິນ

ໜຽວ ເສຍຫາຍບໍ່ຕ່ຳກ່ວາ 100 ຫລັງ, ຖະໜົນ 6 ເສັ້ນຖືກກະແສນ້ຳກັດເຊາະຂາດ ເຊິ່ງທາງການໄດ້ເລັ່ງສົ່ງເຈົາໜ້າທີ່

ກູ້ໄພຫລາຍຄົນເຂົ້າຊ່ວຍເຫລືອປະຊາຊົນໃນພື້ນທີ່ໄພພິບັດແລ້ວ.

 

ຈາກການລົງພື້ນທີ່ຊ່ວຍເຫລືອພົບວ່າ ປະຊາຊົນປະມານ 200 ຄົນ ຢູ່ໃນອັນຕະລາຍ ທາງການຈິ່ງທະຍອຍເຂົ້າໃຫ້ການ

ຊ່ວຍເຫລືອຢ່າງຮີບດ່ວນ ໂດຍໃຊ້ຍົນເຮລິຄັອບເຕີ້ຫລາຍລຳເຂົ້າໃນປະຕິບັດການ.

 

ຢ່າງໃດກໍຕາມ ມີລາຍງານຜູ້ເສຍຊີວິດຈາກເຫດການດັ່ງກ່າວນີ້ແລ້ວ 32 ຄົນ ແລະ ຄາດວ່າຕົວເລກອາດຈະເພີ່ມຂຶ້ນ

ອີກ ເພາະສະຖານະການນ້ຳຖ້ວມຂ້ອນຂ້າງຮຸນແຮງຫລາຍ.

 

z-2_122

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...