spot_img
Homeຂ່າວຕ່າງປະເທດກີດກັນຢ່າງໜັກ! ຮ້ານອາຫານໃນຊາອຸດິອາຣະເບຍ ແຫ່ຕິດປ້າຍຫ້າມຜູ້ຍິງເຂົ້າໃຊ້ບໍລິການ!

ກີດກັນຢ່າງໜັກ! ຮ້ານອາຫານໃນຊາອຸດິອາຣະເບຍ ແຫ່ຕິດປ້າຍຫ້າມຜູ້ຍິງເຂົ້າໃຊ້ບໍລິການ!

Published on

Saudi-girls-for-marriage

 

ຮ້ານອາຫານໃນຊາອຸຫລາຍແຫ່ງ ແຫ່ຕິດປ້າຍຫ້າມຜູ້ຍິງເຂົ້າໃຊ້ບໍລິການ ຫາກບໍ່ມີຜູ້ຊາຍໃນຄອບຄົວມານຳ ອ້າງ

ເຫດຜົນຜູ້ຍິງໄຮ້ມາລະຍາດ, ກິລິຍາບໍ່ເໝາະສົມ ອາດຖ່ວງດຶງກິດຈະການ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 25 ພະຈິກຜ່ານມານີ້ວ່າ ແຫລ່ງຂ່າວຈາກຊາອຸດິອາຣາະເບຍ ໄດ້ລາຍງານ

ກ່ຽວກັບຮ້ານອາຫານຫລາຍແຫ່ງໃນປະເທດ ໄດ້ພາກັນຕິດປ້າຍຂໍ້ຄວາມ “ ຫ້າມຜູ້ຍິງເຂົ້າໃຊ້ບໍລິການ ” ມາຕິດໄວ້ທີ່

ໜ້າຮ້ານ ໂດຍເມື່ອມີການສອບຖາມເຈົ້າຂອງຮ້ານອາຫານແຫ່ງໜຶ່ງກໍໄດ້ຮັບຄຳຕອບວ່າ ຕ້ອງຫ້າມແມ່ຍິງເຂົ້າຮ້ານ

ເພາະທີ່ຜ່ານມາ ໄດ້ພົບເຫັນພຶດຕິກຳອັນເປັນທີ່ລັງກຽດມາຫລາຍຄັ້ງເຊັ່ນ ການໃຊ້ຮ້ານເປັນທີ່ບໍລິຫານສະເໜ່ຂອງ

ພວກນາງ, ສ່ວນເຈົ້າຂອງຮ້ານອີກແຫ່ງໜຶ່ງກໍໄດ້ເວົ້າວ່າ ເຖິງແມ່ນຈະມີການແບ່ງເຂດສຳລັບລູກຄ້າທີ່ມາເປັນຄອບ

ຄົວແລ້ວກໍຕາມ ແຕ່ພວກແມ່ຍິງກໍມັກສົ່ງສຽງດັງ ໄຮ້ມາລະຍາດ ແລະ ເປັນເລື່ອງຍາກທີ່ຈະເຮັດໃຫ້ພວກນາງສະ

ຫງົບລົງ ແລະ ແນ່ນອນມັນເປັນການລົບກວນລູກຄ້າຄົນອື່ນໆ ເຊິ່ງສົງ່ຜົນເສຍຕໍ່ກິດຈະການຂອງຮ້ານ.

 

ທັງນີ້ ຊາອຸດິອາຣະເບຍ ເປັນປະເທດໜຶ່ງທີ່ມີການຈຳກັດສິດທິຂອງແມ່ຍິງຫລາຍທີ່ສຸດໃນໂລກ ກໍລະນີເຊັ່ນວ່າ ຢູ່ໃນ

ປະເທດດັ່ງກ່າວບໍ່ມີກົດໝາຍກຳນົດອາຍຸຕ່ຳສຸດຂອງແມ່ຍິງທີ່ສາມາດແຕ່ງດອງໄດ້ ຈິ່ງພົບເຫັນມີບາງຄອບຄົວມີ

ລູກສາວພຽງ 9 ປີກໍສາມາດເຂົ້າພິທີແຕ່ງດອງໄດ້, ນອກນັ້ນ ຍັງມີກົດໝາຍຫ້າມຜູ້ຍິງຂັບລົດ ແຕ່ສາມາດຂີ່ລົດຖີບ

ໄດ້ ດັ່ງນີ້ເປັນຕົ້ນ.

 

ຊາອຸດິອາຣະເບຍ ເປັນປະເທດທີ່ເຄັ່ງຄັດທາງສາສະໜາອິດສະລາມເປັນຢ່າງສູງ ເຊິງຍຶດຖືວ່າ ແມ່ຍິງຈະສາມາດເຜີຍ

ຕົນຕໍ່ສາທາລະນະໄດ້ ກໍຕໍ່ເມື່ອມີສາມີ ຫລື ຜູ້ຊາຍໃນຄອບຄົວມານຳເທົ່ານັ້ນ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...