spot_img
Homeຂ່າວອຸບັດຕິເຫດເຫດຄົນໂດດຂົວບ້ານໄຮ່ປາກງື່ມ ນະຄອນຫລວງວຽງຈັນ

ເຫດຄົນໂດດຂົວບ້ານໄຮ່ປາກງື່ມ ນະຄອນຫລວງວຽງຈັນ

Published on

ມີຄົນໂດດຂົວບ້ານໄຮ່ປາກງື່ມ ນະຄອນຫລວງວຽງຈັນ, ລາຍງານ​ຈາກ​ປກສ​ ເມືອງ​ປາກງື່ມ​ ໃຫ້ຮູ້ວ່າ: ເວລາ​ 20 ໂມງ​ວັນທີ​ 19 ກຸມພາ​ 2023 ນີ້​ ມີຄົນໂດຂົວ ສີທອງ​ ບ້ານໄຮ່ປາກງື່ມ ນະຄອນຫລວງວຽງຈັນ.

​ຂໍ້ມູນເບື້ອງຕົ້ນ ພົບວ່າ ເປັນເພດຍິງ​ ອາຍຸ​ 19 ປີ​ ປະຊາຊົນບ້ານເລົ່າຄາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເຊິ່ງຍັງບໍ່ຮູ້ວ່າເປັນຕາຍຮ້າຍດີແນວໃດ ແລະ​ ຍັງບໍ່ຊາບສາເຫດຈູງໃຈໃນການໂດດຂົວຄັ້ງນີ້.​ ປັດຈຸບັນ,​ ເຈົ້າໜ້າທີ່ຫລາຍພາກສ່ວນ​ພວມເລັ່ງອອກນຳຫາ ເຊິ່ງທຸກຄົນໄດ້ແຕ່ພາວະນາໃຫ້ຜູ້ກ່ຽວປອດໄພ.
ຫາກມີຄວາມຄືບໜ້າທີ່ມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ຮັບຊາບພາຍຫລັງ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...