spot_img
Homeຂ່າວຕ່າງປະເທດພໍ່ແມ່ຊາວຕວັກກີລອດຊີວິດຢ່າງປະຕິຫານ ຫຼັງຕິດຢູ່ເສດຊາກອາຄານ 12 ມື້

ພໍ່ແມ່ຊາວຕວັກກີລອດຊີວິດຢ່າງປະຕິຫານ ຫຼັງຕິດຢູ່ເສດຊາກອາຄານ 12 ມື້

Published on

ໃນວັນທີ 19 ກຸມພາ 2023 ໜ່ວຍກູ້ໄພຊ່ວຍເຫຼືອຄອບຄົວໃນເມືອງອັນຕາເກຍ ແຂວງຫວັດຮາໄທ ພາກໃຕ້ຂອງຕວັກກີ ພາຍຫຼັງຕິດຢູ່ເສດຊາກເຮືອນທີ່ຖະຫຼົ່ມທັບມາດົນເຖິງ 296 ຊົ່ວໂມງ ຫຼື 12 ມື້.

พ่อแม่ตุรกี “รอดปาฏิหาริย์”

ຜູ້ເປັນພໍ່ຊື່ ຊາມີ ມູຮຳເໝັດ ອັກຄາ ອາຍຸ 49 ປີ ແລະ ແມ່ຊື່ ຣັກດາ ອາຍຸ 40 ປີ ສອງສາມີພັນລະຍາທີ່ລອດຊີວິດມາໄດ້ຢ່າງປະຕິຫານ ແຕ່ລູກຊາຍອາຍຸ 12 ປີ ໄດ້ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍ ເນື່ອງຈາກຂາດອາຫານ-ນ້ຳ ແລະ ໄດ້ຮັບບາດເຈັບຈາກຖືກອາຄານຖະຫຼົ່ມທັບຫຼາຍຊົ່ວໂມງ.

พ่อแม่ตุรกี “รอดปาฏิหาริย์”

ໂດຍທາງເຈົ້າໜ້າທີ່ກູ້ໄພເປີດເຜີຍວ່າ ພົບທາ້ວມູຮຳເໝັດ ກັບ ພັນລະຍາຂອງລາວ ແລະ ລູກຊາຍໃນວັນເສົາ ທີ 18 ກຸມພາ ເວລາ 11:30 ໂມງ ຕາມເວລາທ້ອງຖິ່ນ.

ຫຼັງຈາກທີ່ຂຸດເອົາໂຕອອກມາໄດ້ກໍຮີບນຳສົ່ງໂຮງໝໍ ແຕ່ຜູ້ເປັນລູກຊາຍມີອາການອ່ອນເພຍຫຼາຍ ແລ້ວເສຍຊີວິດໃນເວລາຕໍ່ມາ ພ້ອມນັ້ນກໍຍັງພົບຮ່າງເດັກນ້ອຍອີກ 2 ຄົນ ທີ່ເສຍຊີວິດຢູ່ເສດອາຄານເຮືອນຫຼັງດຽວກັນ ທີ່ເປັນລູກຂອງມູຮຳເໝັດ.

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...