spot_img
Homeຂ່າວພາຍ​ໃນອຢ ແຂວງຫຼວງພະບາງ ກວດພົບສານເຄມີຟໍມາລິນ (ນໍ້າຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ

ອຢ ແຂວງຫຼວງພະບາງ ກວດພົບສານເຄມີຟໍມາລິນ (ນໍ້າຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ

Published on

ວັນທີ 17 ກຸມພາ 2023 ທາງທີມງານອາຫານ ແລະ ຢາ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມຊຸກຍູ້ຜູ້ປະກອບການຊາວຄ້າຂາຍຕາມຕະຫຼາດໃນເທສະບານແຂວງ ເພື່ອກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸການບໍລິໂພກ. ແຕ່ສາມາດກວດພົບສານເຄມາຟໍມາລິນ (ນໍ້າຢາດອງຊາກສົບ) ທີ່ປົນເປື້ອນຢູ່ໃນອາຫານທະເລສົດບາງປະເພດ.

ການກິນອາຫານທີ່ມີສ່ວນປະສົມຂອງສານເຄມີຟໍມາລິນ ຈະສົ່ງຜົນເສຍຕໍ່ຮ່າງກາຍ ແມ່ນຂຶ້ນກັບປະລິມານຂອງມັນ ເຊິ່ງເມື່ອເຮົາສູດດົມເອົາກໍຈະມີອາການແສບຄໍ ມີອາການຜິດປົກກະຕິຕໍ່ລະບົບທາງເດີນຫາຍໃຈ ບາງຄົນເມື່ອກິນເຂົ້າໄປຈົນຫາກ ເສຍເລືອດຫຼາຍເຖິງຂັ້ນເສຍຊີວິດ ເພາະທໍ່ອາຫານເກີດການໄໝ້ຈາກສານເຄມີຟໍມາລິນທີ່ເປັນກົດ.

ດັ່ງນັ້ນ ຈຶ່ງມາເຕືອນໃຫ້ພໍ່ ແມ່ ປະຊາຊົນ ໃຫ້ເລືອກຊື້ອາຫານທີ່ໄດ້ຄຸນະພາບ ແລະ ບໍ່ເລືອກກິນອາຫານທະເລທີ່ແຊ່ສານເຄມີຟໍມາລິນ.

ຂ່າວຈາກ Soudaphone Sibounheuang

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...