Homeຂ່າວພາຍ​ໃນທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ເນື້ອທີ 1,1 ເຮັກຕາ.

ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ເນື້ອທີ 1,1 ເຮັກຕາ.

Published on

ໃນຕອນບ່າຍຂອງວັນທີ 13 ກຸມພາ 2023 ນີ້ ພະແນກກວດກາ ແລະ ຄວບຄຸມຢາເສບຕິດກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຜົ້ງສາລີ ຈຶ່ງໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານພານ ເມືອງ ຍອດອູ ແຂວງຜົ້ງສາລີ ໂດຍການນຳພາຂອງທ່ານ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ, ມີທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ຍອດອູ, ມີທ່ານ ວົງເພັດ ແສນວົງສາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດກະຊວງ ປ້ອງກັນຄວາມສະຫງົບ, ມີທ່ານ ພັທ ລີ ປັນແກ້ວ ກຳມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ຍອດອູ ພ້ອມດ້ວຍພະນັກງານນັກຮົບສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຕະຫຼອດຮອດອົງການປົກຄອງເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ ຢ່າງຫຼວງຫຼາຍ.

ພາຍຫຼັງໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ໄດ້ມີປະຊາຊົນຢູ່ພາຍໃນເມືອງຍັງມີການລັກລອບປູກຝິ່ນເປັນຈຳນວນຫຼວງຫຼາຍ ດັ່ງນັ້ນເຈົ້າໜ້າທີ່ຈິ່ງໄດ້ລົງກວດກາແຫຼ່ງຂ່າວດັ່ງກ່າວເຫັນວ່າມີມູນຄວາມຈິງ ຈື່ງໄດ້ສົມທົບກຳລັງລົງກວດກາພື້ນທີ່ເປົ້າໝາຍຕົວຈິງ ພົບວ່າຍັງມີພໍ່ແມ່ປະຊາຊົນຈຳນວນໜື່ງຍັງລັກລອບປູກຝິ່ນຈຳນວນ 3 ຕອນ ມີເນື້ອທີ 1,1 ເຮັກຕາ ຈື່ງໄດ້ພ້ອມກັນລົງທຳລາຍດ້ວຍວິທີການ ໃຊ້ໄມ້ຟາດ, ພ້າຖາງຕົ້ນ, ດອກ, ໝາກ ແລະ ຫຼົກຕົ້ນຖິ່ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນ ພ້ອມທັງສຶກສາອົບຮົມ, ກ່າວເຕືອນແລະ ຊີ້ແຈງຜົນຮ້າຍ, ໄພອັນຕະລາຍຂອງຢາຝິ່ນໃຫ້ພໍ່ແມ່ປະຊາຊົນທີ່ລັກລອບປູກໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ.

ຢາຝິ່ນເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຢາບ້າ, ເຮໂລອິນ ແລະ ເປັນສ່ວນປະສົມໃນການຜະລິດສານເສບຕິດປະເພດອື່ນໆທີ່ຜິດກົດໝາຍ ແລະ ເກືອດຫ້າມໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ບັນຫາຢາເສບຕິດເປັນບັນຫາຕົ້ນຕໍທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ ການຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ລັກຊັບ, ຄາດຕະກຳ, ຂົມຂື່ນກະທຳສຳເລົາ ບັນຫາດັ່ງກ່າວນີ້ໄດ້ສົ່ງຜົນໂດຍກົງຕໍ່ສະພາບຮ່າງກາຍ ແລະ ສ້າງຄວາມວຸ້ນວາຍໃນສັງຄົມ ດັ່ງນັ້ນ ຈື່ງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດນ້ອຍຖອຍລົງໄປຈາກສັງຄົມເທື່ອລະກ້າວ.
ພາບ-ຂ່າວ: ຖວທ ເມືອງຍອດອູ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...