spot_img
Homeຂ່າວຄາດຕະກຳຄົນຮ້າຍກໍ່ເຫດຍິງ ທີ່ມະຫາວິມະຍາໄລ ໃນລັດມິຊິແກນ ສະຫະລັດອາເມລິກາ

ຄົນຮ້າຍກໍ່ເຫດຍິງ ທີ່ມະຫາວິມະຍາໄລ ໃນລັດມິຊິແກນ ສະຫະລັດອາເມລິກາ

Published on

ເຫດການລະທຶກ ກາດຍິງທີ່ມະຫາວິທະຍາໄລລັດມິຊິແກນ ໃນສະຫະລັດອາເມລິກາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 3 ຄົນ ​ແລະ​ບາດ​ເຈັບ​ອີກ5 ຄົນ ກ່ອນຈະຈົບຊີວິດຂອງຕົນເອງ.

ວັນ​ທີ 14 ກຸມພາ 2023 ຜ່ານມາ, ສຳນັກ​ຂ່າວສານ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ມື​ປືນ​ຄົນ​ໜຶ່ງ​ໄດ້​ກໍ່ເກດກາດຍິງທີ່​ມະຫາວິທະຍາ​ໄລ​ ໃນ​ລັດ Michigan, ສະຫະລັດອເມລິກາ, ໃນ​ເວລາ 8:00 ​ໂມງ​ຕອນ​ແລງ​ຂອງ​ວັນ​ທີ 13 ກຸມພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ​ ແລະ ​ບາດ​ເຈັບ 5 ​ຄົນ.

ຈາກການລາຍງານຂອງເຈົ້າໜ້າທີ່: ບຸກຄົນທີ່ກໍ່ເຫດເປັນເພດ ຊາຍ ໄດ້ເສຍຊີວິດແລ້ວ ຈາກ​ການ​ຍິງ​ຕົນ​ເອງ ຫຼັງ​ຈາກກໍ່ເຫດດົນກວ່າ​ 4 ຊົ່ວ​ໂມງ, ຂະນະ​ທີ່​ຕຳຫຼວດ​ລັດ Michigan ​ໄດ້​ລະດົມ​ກຳລັງ​ຕຳຫຼວດ​ຂະໜາດ​ໃຫຍ່​ຫຼາຍ​ຮ້ອຍ​ຄົນ, ເພື່ອພະຍາຍາມຕິດຕາມ ແລະ ຈັບຕົວຄົນຮ້າຍພາຍຫຼັງເກີດເຫດ.

ຢ່່າງໃດກໍຕາມ, ຕຳຫຼວດກຳລັງສືບສວນຫາສາເຫດຂອງການກໍ່ອາດຊະຍາກຳໃນຄັ້ງນີ້ ຊຶ່ງ​ຫຼັງ​ຈາກ​ເກີດ​ເຫດ ເຈົ້າ​ໜ້າ​ທີ່​ໄດ້​ສັ່ງ​ໃຫ້​ຍົກ​ເລີກ​ການ​ຮຽນ ແລະ ​ກິດ​ຈະ​ກຳ​ຕ່າງໆ​ໃນ​ມະຫາວິທະຍາໄລ, ຂະນະເຫດການຄັ້ງ​ນີ້ ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ ​ແລະ ຄວາມ​ຕື່ນ​ຕົກ​ໃຈ​ໃນ​ບັນດາ​ນັກ​ສຶກສາ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...