spot_img
Homeຂ່າວທ້ອງຖິ່ນຊຽງຂວາງ ພາຣາ ເກມ ຄັ້ງທີ III

ຊຽງຂວາງ ພາຣາ ເກມ ຄັ້ງທີ III

Published on

ພິທີເປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນເຊົ້າວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ຊຶ່ງມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮວ່ມ, ໃນນັ້ນມີຄະນະນຳ, ຄູຝຶກ ແລະ ຜູ້ຊ່ວຍ 434 ຄົນ ສ່ວນນັກກິລາ 272 ຄົນ ລວມທັງໝົດ 706 ຄົນ ໂດຍການໃຫ້ກຽດເຂົ້າຮ່ວມໂຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ.

ຊຽງຂວາງ ພາຣາ ເກມ ມີການຊີງໄຊທັງໝົດ 7 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາບານເຕະ, ແຂ່ງຂັນທັງໝົດ 123 ລາຍການ, ຊິງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 135 ຫຼຽນ, ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ເດິ່ນບານເຕະ ນ້ຳມັນເຊື້ອໄຟ, ເດິ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ16 ທີ່ນະຄອນຫຼວງວຽງຈັນ. ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ເຂົ້າຮວ່ມ ໃນນັ້ນມີຄະນະນຳ, ຄູຝຶກ, ຜູ້ຊ່ວຍ 434 ຄົນ ແລະ ນັກກິລາ 272 ຄົນ ລວມທັງໝົດ 706 ທ່ານ ງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 1 ພະເພດກິລາ ຄື: ກິລາລອຍນ້ຳ. ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023.

ທ່່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາ ເກມ ແມ່ນການແຂ່ງຂັນກິລາ ຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂື້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫາກໍາກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດ ຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາ ພັດທະ ນາປະເທດຊາດ ແລະ ວົງການກິລາ. ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນໃນລະດັບອາຊຽນພາຣາເກມ ຄັ້ງທີ XII ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023ນີ້.

ຫຼັງຈາກພິທີເປີດສຳເລັດແລ້ວ ໃນບັນຍາກາດດັ່ງກ່າວ ກໍໄດ້ມີການສະແດງຂອງນັກສະແດງຄົນພິການ ໂດຍສະເພາະການຮ້ອງເພງ ວອນແມ່ເພື່ອນ້ອງ ແລະ ເພງ ວອນແມ່ເພື່ອນ້ອງ.
ຂ່າວ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...