Homeຂ່າວພາຍ​ໃນທູດລາວປະຈຳຣັດເຊຍຍື່ນສານຕາຕັ້ງຕໍ່ ປະທານາທິບໍດີອາແຊັກໄບຊານ

ທູດລາວປະຈຳຣັດເຊຍຍື່ນສານຕາຕັ້ງຕໍ່ ປະທານາທິບໍດີອາແຊັກໄບຊານ

Published on

ວັນທີ 7 ກຸມພາ 2023 ຜ່ານມາ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Iiham Aliyev ປະທານາທິບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ອາແຊັກໄບຊານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ ສ ຣັດເຊຍ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

 

ໃນພິທີຍື່ນສານຕາຕັ້ງຄັ້ງນີ້ ທ່ານ Iiham Aliyev ປະທານາທິບໍດີແຫ່ງ ສາທາລະນະລັດອາແຊັກໄບຊານ ກໍໄດ້ກ່າວສະແດງຄວາມຍິນດີ ແລະຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບຕຳແໜ່ງໃໝ່ໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ. ພ້ອມກັນນັ້ນ, ປະທານາທິບໍດີ ສ ອາແຊັກໄບຊານ ຍັງໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ອາແຊັກໄບຊານ, ພິເສດແມ່ນທາງດ້ານການເມືອງ ແລະ ສາຍພັກ, ແຕ່ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຍັງບໍ່ທັນໄດ້ຮັບການຂະຫຍາຍຕົວເທົ່າທີ່ຄວນ ແລະ ກໍຫວັງຢ່າງຍິ່ງວ່າໃນໂອກາດທີ່ ທ່ານທູດ ໄດ້ມາເປັນທູດ ປະຈຳປະເທດພວກເຮົາແລ້ວຈະເຮັດໃຫ້ການພົວພັນໃນດ້ານນີ້ດີຂຶ້ນຕື່ມ, ຕໍ່ກັບການພົວພັນຫລາຍຝ່າຍ ທັງສອງປະເທດ ກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ພິເສດແມ່ນການສະໜັບສະໜູນ ອາແຊັກໄບຊານ ໃຫ້ເປັນປະທານປະເທດກຸ່ມບໍ່ຮ່ວມກຸ່ມຕະຫລອດມາ, ຊຶ່ງປີນີ້ ອາແຊັກໄບຊານ ຈະສຳເລັດການເປັນປະທານດັ່ງກ່າວ ແລະ ຫວັງວ່າ ສປປ ລາວ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ. ສ່ວນໃນອົງການ ສປຊ, ສອງຝ່າຍ ຕ່າງກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫລອດມາ.

ໂອກາດດັ່ງກ່າວ, ທ່ານ ທູດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ກະຊວງການຕ່າງປະເທດ ແລະ ລັດຖະບານ ອາແຊັກໄບຊານ ທີ່ຕົກລົງເຫັນດີໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອາແຊັກໄບຊານ, ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີ ອາແຊັກໄບຊານ, ຊຶ່ງປະທານາທິບໍດີ ອາແຊັກໄບຊານ ກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນັ້ນ, ທ່ານ ທູດ ຍັງໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍຕີລາຄາສູງຕໍ່ກັນພົວພັນສອງຝ່າຍ ລາວ-ອາແຊັກໄບຊານ ແລະ ເຫັນດີຈະສືບຕໍ່ເສີມຂະຫຍາຍການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງຂຶ້ນໃນອະນາຄົດ.

ໃນຕອນທ້າຍ, ທ່ານ ທູດຍັງໄດ້ແຈ້ງສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ຫລຸດຜ່ອນລົງ, ສປປ ລາວ ກໍໄດ້ເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022. ສປປ ລາວ ແລະ ອາແຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ມາຕັ້ງແຕ່ວັນທີ 22 ພຶດສະພາ 1995.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...