spot_img
Homeຂ່າວພາຍ​ໃນປີ 2022 ກຳລັງຕໍາຫຼວດແກ້ໄຂເຫດການລັກພາໂຕຮຽກຄ່າໄຖ່ໄດ້ 10 ເລື່ອງ

ປີ 2022 ກຳລັງຕໍາຫຼວດແກ້ໄຂເຫດການລັກພາໂຕຮຽກຄ່າໄຖ່ໄດ້ 10 ເລື່ອງ

Published on

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ລາຍງານຊີ້ແຈງກ່ຽວກັບການຈັບໂຕຮຽກຄ່າໄຖ່ ຕໍ່ກອງປະຊຸມສະຫຼຸບວຽກງານຕໍາຫຼວດປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂອງກົມໃຫຍ່ຕໍາຫຼວດຈັດຂຶ້ນໃນວັນທີ 9 ກຸມພາ ຜ່ານມາ ວ່າ: ໃນປີ 2022 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ຍັງມີເຫດການຈັບຕົວຮຽກຄ່າໄຖ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງສ່ວນຫຼາຍແມ່ນຄົນຕ່າງຊາດທີ່ກໍ່ເຫດລັກພາໂຕຮຽກຄ່າໄຖ່ ຈົນກ້າວໄປເຖີງການຄາດຕະກໍາເນື່ອງມາຈາກບັນຫາໜີ້ສິນ, ການພະນັນເຖື່ອນ; ສະເພາະປີຜ່ານມາມີເຫດການລັກພາໂຕເກີດຂຶ້ນ 11 ເລື່ອງ, ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 10 ເລື່ອງ, ກັກຕົວຕ້ອງຫາໄດ້ 20 ຄົນ ຍິງ 1 ຄົນ.

ຄະດີທີ່ພົ້ນເດັ່ນໃນປີຜ່ານມາທີ່ເຈົ້າໜ້າທີ່ວິຊາສະເພາະ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂໄດ້ ປະກອບມີ: ເຫດການຄາດຕະກໍາ 2 ສົບ ແລ້ວຝັງໄວ້ຢູ່ປ່າແຄມທາງ ເຂດບ້ານໃໝ່ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນ; ເຊິ່ງເຫດການດັ່ງກ່າວ ແມ່ນເຫດການລັກພາຕົວຮຽກຄ່າໄຖ່, ຖືກລັກພາຕົວໄປແຕ່ຄັ້ງວັນທີ 18 ມີນາ 2022 ຈົນຮອດວັນທີ 26 ມີນາ 2022 ຈຶ່ງພົບຜູ້ກ່ຽວທັງສອງຖືກຄາດຕະກຳຟັງດິນ; ມາຮອດປັດຈຸບັນ ສາມາດຕິຕາມຈັບເປົ້າໝາຍທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳໄດ້ທັງໜົດ 13 ຄົນ ຍິງ 1 ຄົນ; ໃນນີ້, ເປັນຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ.

ອີກເຫດການໜຶ່ງເກີດຂຶ້ນໃນວັນທີ 10 ກັນຍາ 2022 ມີເຫດການລັກພາຕົວ ແລະ ຄາດຕະກຳຄົນຈີນ ຢູ່ໂຮງງານຫຼອມເຫຼັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ຜູ້ເຄາະຮ້າຍ ເປັນນັກທຸລະກິດ, ພາຍໄຕ້ການຊີນໍາຢາງໄກ້ສິດ ຂອງກົມໃຫຍ່ຕໍາຫຼວດ ມາຮອດວັນທີ 24 ກັນຍາ 2022 ສາມາດກັກຕົວຜູ້ກະທຳຜິດໄດ້ 2 ຄົນ ຍິງ 1 ຄົນ, ຊື່ ທ້າວ ເລີນຢູເວີນ ອາຍຸ 30 ປີ, ນັກທຸລະກິດ ສັນຊາດຈີນ ແລະ ນາງ ມາລີ ອາຍຸ 27 ປີ ສັນຊາດລາວ ທັງສອງເປັນຜົວເມຍ, ພັກເຊົາຢູ່ບ້ານໜອງບົວທອງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...