Homeຂ່າວພາຍ​ໃນໜັງສືແຈ້ງຕອບສາຍດ່ວນ ເລື່ອງ: ຊີ້ແຈງສາຍດ່ວນຂອງກະຊວງການເງິນ ໝາຍເລກ 1519

ໜັງສືແຈ້ງຕອບສາຍດ່ວນ ເລື່ອງ: ຊີ້ແຈງສາຍດ່ວນຂອງກະຊວງການເງິນ ໝາຍເລກ 1519

Published on

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ອອກໜັງສືແຈ້ງຕອບສາຍດ່ວນ ເລື່ອງ: ຊີ້ແຈງສາຍດ່ວນຂອງກະຊວງການເງິນ ໝາຍເລກ 1519.

ອີງຕາມ: ແຈ້ງການຜ່ານໂທລະສັບຂອງທ່ານຫົວຫນ້າຄັງເງິນແຫ່ງຊາດ ຄັ້ງວັນທີ 03/02/2023.
ອີງຕາມ: ຫນັງສືສະເຫນີຂອງຫົວຫນ້າຄັງເງິນປະຈໍາແຂວງ ສະບັບເລກທີ 032/ຄງຂ,ສຂ ສະຫວັນນະ ເຂດ, ຄັ້ງວັນທີ 03/02/2023.
ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ຂໍຊີ້ແຈງກ່ຽວກັບສາຍດ່ວນດັ່ງກ່າວ, ເຫດຜົນທີ່ໄດ້ເງິນເດືອນຊັກຊ້າ ຍ້ອນວ່າ:
– ຕ້ອງລໍຖ້າເອກະສານຮອງຮັບການເລື່ອນຊັ້ນ-ເລື່ອນຂັ້ນເງິນເດືອນຂອງພະນັກງານສຶກສາ ແລະ ເຮັດໃຫ້ການສ້າງແຜນຊັກຊ້າ.
– ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງໂປຣແກມ ເພື່ອປັບປຸງອັດຕາຄ່າຄອງຊີບ 150.000 ກີບ
– ຍັງມີຫຼາຍຂະແໜງການອື່ນໃນແຂວງ ທີ່ບໍ່ທັນໄດ້ເງິນເດືອນ ແຕ່ຜູ້ກ່ຽວບໍ່ເຂົ້າໃຈເຖິງສະພາບຂັ້ນຕອນການເຮັດວຽກ ເຮັດໃຫ້ຜູ້ກ່ຽວໂທສາຍດ່ວນເຖິງພາກສ່ວນກ່ຽວຂ້ອງ.
ດັ່ງນັ້ນ, ຫົວຫນ້າພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ຈິ່ງລາຍງານເຖິງທ່ານຫົວໜ້າຄັງເງິນປະຈໍາແຂວງສະຫວັນນະເຂດ ເພື່ອຮັບຊາບ ເພື່ອຢັ້ງຢືນເຖິງພາກສ່ວນທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...