spot_img
Homeຂ່າວພາຍ​ໃນໂຈະການສະໜອງສິນເຊື່ອທີ່ຕິດພັນກັບການຂຸດຄົ້ນເງິນຄຣິບໂຕ ຫຼື ຊັບສິນດິຈິຕອລ

ໂຈະການສະໜອງສິນເຊື່ອທີ່ຕິດພັນກັບການຂຸດຄົ້ນເງິນຄຣິບໂຕ ຫຼື ຊັບສິນດິຈິຕອລ

Published on

ເພື່ອຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອ ແນໃສ່ຮັກສາຄວາມຫມັ້ນຄົງຂອງທະນາຄານທຸລະກິດ ທັງເປັນການສົ່ງເສີມການສະໜອງສິນເຊື່ອໃຫ້ແກ່ຂະແໜງການຜະລິດຕົວຈິງ ທີ່ເປັນພື້ນຖານເສດຖະກິດຂອງ ສປປ ລາວ, ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ແຈ້ງໃຫ້ບັນດາທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທົ່ວລະບົບປະຕິບັດ ດັ່ງນີ້:

  1. ໃຫ້ໂຈະການພິຈາລະນາອະນຸມັດສິນເຊື່ອ ເພື່ອຈຸດປະສົງໃນການຂຸດຄົ້ນ ແລະ ກິດຈະການກ່ຽວຂ້ອງກັບເງິນ ຄຣິບໂຕ ຫຼື ຊັບສິນດີຈິຕອລ ທີ່ຄ້າຍຄືກັນ ພ້ອມທັງໃຫ້ໂຈະສະໜອງສິນເຊື່ອດັ່ງກ່າວ ຕໍ່ທຸກກໍລະນີທີ່ຍັງບໍ່ທັນໄດ້ເຊັນສັນຍາເງິນກູ້ ກ່ອນວັນທີອອກແຈ້ງການສະບັບນີ້;
  2. ສໍາລັບກໍລະນີທີ່ໄດ້ເຊັນສັນຍາເງິນກູ້ແລ້ວ ກ່ອນວັນທີຂອງແຈ້ງການສະບັບນີ້ ມີຜົນສັກສິດ ແມ່ນໃຫ້ທົບທວນຄືນ ປະສິດທິຜົນຂອງສິນເຊື່ອດັ່ງກ່າວໃນແຕ່ລະເດືອນໂດຍລະອຽດ ພ້ອມທັງປະເມີນຄືນມູນຄ່າຫຼັກຊັບ ຄໍ້າປະກັນທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບມູນຄ່າຕະຫຼາດ ຕາມລະບຽບການວ່າດ້ວຍການປະເມີນຫຼັກຊັບຄໍ້າປະກັນ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກ;
  3. ໃຫ້ມີລະບຽບ ຫຼື ຄູ່ມືພາຍໃນທີ່ກໍານົດລະອຽດ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ 1 ຫາ 2 ຂ້າງເທິງ ແນໃສ່ ຮັບປະກັນການປະຕິບັດເປັນເອກະພາບ, ສອດຄ່ອງ ແລະ ມີປະສິດທິຜົນ;
  4. ໃຫ້ລາຍງານສິນເຊື່ອທີ່ໄດ້ຖືກອະນຸມັດ ແລະ ເຊັນສັນຍາເງິນກູ້ທັງໝົດ ໃນຂໍ້ 2 ຂ້າງເທິງ ຕາມແບບພິມລາຍ ງານທີ່ຄັດຕິດມາພ້ອມນີ້ ມາຍັງ ກຄທ ພາຍໃນສິບວັນ ນັບແຕ່ວັນທີ ທີ່ແຈ້ງສະບັບນີ້ມີຜົນສັກສິດ ຜ່ານທາງອີເມວ: banksupervision_legal@bol.gov.la;
  5. ໃນກໍລະນີລະເມີດແຈ້ງການສະບັບນີ້, ທະນາຄານທຸລະກິດ, ຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງ ຈະຖືກປະຕິບັດມາດຕະການ ຕາມລະບຽບກົດຫມາຍ;
  6.  ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...