spot_img
Homeຂ່າວຕ່າງປະເທດໂຈນໄທ-ລາວ ກໍ່ເຫດລັກຊັບ

ໂຈນໄທ-ລາວ ກໍ່ເຫດລັກຊັບ

Published on

ອີງຕາມການລາຍງານຂອງສຳນັກຂ່າວໄທ ໃນວັນທີ 31 ມັງກອນ ທີ່ຜ່ານມາ, ໄດ້ເກີດເຫດຄົນລາວ 2 ຄົນໄດ້ກໍ່ເຫດລັກຊັບຢ່າງຕໍ່ເນື່ອງ ແລະ ທັງສອງຍັງເສບຢາເສບຕິດ ແຕ່ກໍໜີບໍ່ພົ້ນຖືກເຈົ້າໜ້າທີ່ໄທຈັບກຸມໄດ້ໃນທີ່ສຸດ.

ເຊິ່ງເຫດການດັ່ງກ່າວຄົນຮ້າຍກໍ່ເຫດລັກກ໋ອງເຕີນ້ຳທີ່ບໍລິເວນໜ້າຮ້ານຂາຍເຄື່ອງແຫ່ງໜຶ່ງໃນພື້ນທີ່ ໃນເມືອງ ແຂວງຂອນແກ່ນ ນອກຈາກນີ້ຍັງໄດ້ກໍ່ເຫດອີກໃນຫຼາຍພື້ນທີ່ເຊິ່ງຜູ້ເສຍຫາຍ ເຊິ່ງຜູ້ເສຍຫາຍໄດ້ແຈ້ງຄວາມທີ່ສະຖານີຕຳຫຼວດເມືອງຂອນແກ່ນຕັ້ງແຕ່ວັນທີ 27 ມັງກອນ 2023 ທີ່ຜ່ານມາ.

ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາ: ຮ່ວກັນລັກຊັບໂດຍໃຊ້ຍານພະຫະນະ ແລະ ເສບຢາເສບຕິດໃຫ້ໂທດປະເພດ 1 ທີ່ຜິດກົດໝາຍ ແລະ ໄດ້ກວດສອບໜັງສືເດີນທາງຂອງຄົນຮ້າຍ ພົບວ່າບໍ່ສາມາດສະແດງໜັງສືເດີນທາງໃຫ້ເຈົ້າໜ້າທີ່ເບິ່ງໄດ້.

ສະນັ້ນຜູ້ຕ້ອງຫາທັງສອງໃຫ້ການຮັບສາລະພາບຕະຫຼອດຂໍ້ກ່າວຫາ ຈຶ່ງນຳສົ່ງພະນັກງານສອບສວນດຳເນີນຄະດີຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ເມືອງໝື່ນ ແຂວງວຽງຈັນ ແຈ້ງລົງທະບຽນສະໝັກແຮງງານ ເພື່ອໄປເຮັດວຽກທີ່ປະເທດຍີ່ປຸ່ນ

ອີງຕາມແຈ້ງການຂອງຫ້ອງການ ຮຮສ ເມືອງໝື່ນ ແຂວງວຽງຈັນ, ລົງເມື່ອວັນທີ 24 ຕຸລາ 2024 ກ່ຽວກັບປະກາດລົງທະບຽນຮັບສະໝັກແຮງງານໄປເຮັດວຽກຢູ່ປະເທດຍີ່ປຸ່ນ

ລັດຖະບານເລັ່ງຄົ້ນຄວ້າ ເພີ່ມເງິນເດືອນລັດຖະກອນ ໂຄຕ້າລັດຖະກອນ ປີ 2025 ມາດຕະການແກ້ໄຂລົດເຖື່ອນ

ໃນຕອນແລງວັນທີ 24 ຕຸລາ 2024, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ອຸຕຸແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນທຣາມິ ວັນທີ 26-30 ຕຸລາ 2024

ອີງຕາມແຈ້ງການຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລົງເມືອວັນທີ 25 ຕຸລາ 2024 ແຈ້ງເຕືອນໄພພາຍຸໝຸນເຂດຮ້ດອນ ທຣາມິ (Trami) ໃນລະຫວ່າງວັນທີ...

ປະທານປະເທດລາວ ພົບກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດ ເຊຍ, ໃນວັນທີ 23 ຕຸລາ 2024, ພະນະທ່ານ...