Homeຂ່າວພາຍ​ໃນແອັບເອີ້ນລົດ ສ. ເກົາຫຼີ ຈະມາໃຫ້ບໍລິການໃນລາວ

ແອັບເອີ້ນລົດ ສ. ເກົາຫຼີ ຈະມາໃຫ້ບໍລິການໃນລາວ

Published on

ອີງຕາມການລາຍງານຂອງ TheKoreaTime ໃຫ້ຮູ້ວ່າ: ໃນວັນທີ 31 ມັງກອນ 2023, ບໍລິສັດ Kakao Mobility ຈະລົງນາມໃນຂໍ້ຕົກລົງທາງທຸລະກິດຮ່ວມກັບ LVMC Holdings ເຊິ່ງເປັນບໍລິສັດດ້ານການເຄື່ອນໄຫວໃນຫວຽດນາມ ແລະ ສ້າງແພັດຟອມບໍລິການໃນທ້ອງຖິ່ນ ເຊິ່ງຈະເປີດໂຕໃນລາວ.

ສຳລັບບໍລິສັດ LVMC Holdings ສ້າງຕັ້ງຂຶ້ນໃນປີ 1997, ເຊິ່ງດໍາເນີນທຸລະກິດ ໃນ 32 ປະເທດ ໃນເອີຣົບ, ອາຊີ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີກາງ ໂດຍມີຍອດຂາຍລົດ ໃຫຍ່ທີ່ສຸດໃນລາວ ແລະ ອັນດັບສອງ ຢູ່ຫວຽດນາມ ບໍລິສັດ ຍັງຜະລິດລົດໃຫຍ່ ແລະ ລົດຈັກຂາຍຕື່ມອີກ ຢູ່ ກໍາປູເຈຍ ແລະ ມຽນມາ.

Kakao Mobility ມີແຜນ ໃຫ້ບໍລິການ ແພລັດຟອມເອີ້ນລົດ ສົມບູນແບບ ໃນປີນີ້ ຢູ່ ສປປ ລາວ ໂດຍ ແພລັດຟອມນີ້ ແມ່ນສໍາຫຼັບ ທຸກໆຄົນ ບໍ່ສະເພາະແຕ່ ຄົນເກົາຫຼີ ທີ່ມາລາວ.

ທີ່ມາ:TheKoreaTime

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...