ທ່ານ ພົອ ວິໄລ ຫຼ້າຄຳຟອງ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ

0
503

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄຳ ແຂວງບໍ່ແກ້ວ, ມີບັນດາການນໍາພັກແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນໍາຄຸ້ມຄອງເສດຖະກິດພິເສດ ເຂົ້າຮ່ວມ.

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ຂຶ້ນລາຍງາຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໃນໄລຍະຜ່ານມາ, ຄະນະຄຸ້ມຄອງເຂດຖະກິດພິເສດ ໄດ້ເອົາໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານພາຍໃນ, ມີຫຼັກໜັ້ນອຸ່ນອ່ຽງທຸ່ນທ່ຽງຕໍ່ແນວທາງນະໂຍບາຍຂອງພັກລັດ ວາງອອກ.

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫຼັກໃນການຄຸ້ມຄອງບໍລິຫານ ເພື່ອຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂໃຫ້ແກ່ນັກລົງທຶນ, ຜູ້ປະກອບການ ດຶງດູດການລົງທຶນເຂົ້າໃນການພັດທະນາ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເພື່ອໃຫ້ຜູ້ພັດທະນາ ແລະ ນັກລົງທຶນ ໃຫ້ຄວາມເຊື່ອໝັ້ນໃນການຮັກສາຄວາມສະຫງົບ, ປອດໄພ, ສ້າງແຜນປັບປຸງແບບແຜນວິທີເຮັດວຽກຂອງ 3 ກ້ອນກຳລັງ ຄື: ກ້ອນກຳລັງ ປກຊ-ປກສ ແລະ ໜ່ວຍງານ ລປພ ເພື່ອປ້ອງກັນເວນຍາມ ແລະ ພັດປ່ຽນກັນປະຈຳການ ຕະຫຼອດ 24 ຊົ່ວໂມງ, ຍົກສູງດ້ານການຕິດຕັ້ງກ້ອງວົງຈອນປິດ ໃນສະຖານທີ່ສໍາຄັນຕ່າງໆຢູ່ພາຍໃນເຂດ ເພື່ອຕິດຕາມສະພາບພາຍໃນເຂດໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເອົາໃຈໃສ່ປັບປຸງ ແລະ ສ້າງຕາໜ່າງສືບຂ່າວໃຫ້ມີຄຸນນະພາບ, ສາມາດກຳແໜ້ນເປົ້າໝາຍຢ່າງຖືກຕ້ອງ, ຮັບປະກັນຕາມຫລັກວິຊາສະເພາະ.

ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມຜູ້ທີ່ກະທໍາຜິດທີ່ມີແນວຄິດທີ່ບໍ່ຖືກຕ້ອງ, ບໍ່ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ບໍ່ໃຫ້ກະທຳຜິດຕໍ່ໄປ; ສ່ວນຜົນສໍາເລັດ ແລະ ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດຳເນີນ 27 ເລື່ອງ ແລະ ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະຄຸ້ມຄອງເສດຖະກິດພິດເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ, ສາມາດກ່າຍເປັນແຫຼງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວໜ່ວຍບໍລິຫານໃນເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ ໂດຍມອບໃຫ້ສູນກາງປະສານສົມທົບກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນໜ່ວຍງານໜຶ່ງຄຸ້ມຄອງບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄໝ, ເປັນບ່ອນພັກຜ່ອນ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.