Homeຂ່າວພາຍ​ໃນງານວາງ​ສະ​ແດງຜະລິດຕະພັນລາວ ປະຈໍາປີ 2023 ຈະຈັດຂຶ້ນ​ໄວໆ​ນີ້

ງານວາງ​ສະ​ແດງຜະລິດຕະພັນລາວ ປະຈໍາປີ 2023 ຈະຈັດຂຶ້ນ​ໄວໆ​ນີ້

Published on

ເຊີນຊວນມວນຊົນເຂົ້າຮ່ວມຊົມ ແລະ ເລືອກຊື້ສິນຄ້າ, ຜະລິດຕະພັນ ທີ່ຜະລິດ ແລະ ປະກອບຢູ່ ສປປ ລາວ ໃນງານຜະລິດຕະພັນລາວ ປະຈໍາປີ 2023 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ ທີ່ຈະເຖິງນີ້ ທີ່ສູນການຄ້າລາວ-ໄອເຕັກ.

ພິທີຖະແຫຼງຂ່າວງານຜະລິດຕະພັນລາວ 2023 (Made In Laos 2023) ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ ນີ້ ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຮ່ວມ ຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ສຄອຊ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງທົ່ວປະເທດ ຈະໄດ້ຈັດງານ ຜະລິດຕະພັນລາວ ປະຈຳປີ 2023 (Made in Laos 2023) ຂຶ້ນໃນລະຫວ່າງວັນທີ 10-19 ກຸມພາ 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ. ງານວາງສະແດງຜະລິດຕະພັນລາວໄດ້ຈັດຂຶ້ນຄັ້ງທຳອິດ ໃນປີ 2011 ແລະ ປີນີ້ ສຄອ ແຂວງຈຳປາສັກ ເປັນເຈົ້າພາບຮ່ວມຫຼັກໃນການຈັດງານດັ່ງກ່າວ ຊຶ່ງ ສຄອ ແຂວງຈຳປາສັກ ຈະໄດ້ມີການອອກແບບຕົບແຕ່ງ ເພື່ອສື່ໃຫ້ເຫັນວິຖີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫຼ່ງທ່ອງທ່ຽວຕ່າງໆ ທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບການດຳລົງຊີວິດ ຂອງຊາວ ແຂວງຈຳປາສັກ, ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດຖະກິດ ບໍ່ວ່າຈະເປັນເຂດເສດຖະກິດພິເສດ ແລະ ສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງຈຳປາສັກ.

ທ່ານ ນາງ ຈັນທະຈອນ ວົງໄຊ ຍັງໄດ້ກ່າວອີກວ່າ: ຈຸດປະສົງຫຼັກໃນການຈັດງານໃນປີນີ້ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານຳໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ພ້ອມດຽວກັນນັ້ນ ກໍເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫຍ່ກາຍເປັນອຸດສາຫະກຳການຜະລິດ ທັງທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພ້ອມຈະແຂ່ງຂັນ ຈໍາໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກສູ່ສາກົນໄດ້. ພ້ອມນີ້, ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການແນະ​ນຳສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານ ໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນິກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາ ສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະ ທຳ, ການຄ້າ-ການລົງທຶນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານ ຕະຫຼອດເຖິງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.

ງານວາງສະແດງໃນຄັ້ງນີ້, ຈະມີຫຼາກຫຼາຍຜະລິດຕະພັນ, ທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ, ເຂົ້າຮ່ວມຫຼາຍກ່ວາ 200 ຫ້ອງວາງສະແດງ ຈາກຫຼາຍກ່ວາ 130 ຜູ້ປະກອບການ ແລະ ຫົວ ໜ່ວຍທຸລະກິດ ຈາກຫຼາຍຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ), ຜະລິດຕະພັນ ເມດ​ອິນລາວ, ຜະລິດຕະພັນ ຫັດຖະກຳ, ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນອຸດສາຫະກຳ. ນອກນີ້, ຍັງມີຜະລິດຕະພັນ ໄອທີ, ຂົນສົ່ງ, ທະນາຄານ ແລະ ການບໍລິການ ແລະ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ, ຜະລິດຕະພັນເຟີນີເຈີ ແລະ ຜະລິດຕະພັນ ກະສິກຳ.

ພິເສດ ປີນີ້, ຍັງຈະໄດ້ພົບກັບສິນຄ້າຫຼາກຫຼາຍຈາກ 3 ປະເທດ ທີ່ມາລົງທຶນໃນ ສປປ ລາວ ໃນອັນດັບຕົ້ນໆຄື: ສປ ຈີນ, ຣາຊາອານາຈັກໄທ ແລະ ສສ ຫວຽດນາມ ຊຶ່ງປີນີ້ ເປັນປີທຳອິດທີ່ ສຄອຊ ໄດ້ເຊີນນັກລົງທຶນ 3 ປະເທດ ເຂົ້າຮ່ວມງານໃນຄັ້ງນີ້. ນອກຈາກນີ້, ພາຍໃນງານມີຫຼາກຫຼາຍກິດຈະກຳເຊັ່ນ: ກອງປະຊຸມສໍາມະນາຕ່າງໆ ທີ່ເປັນການໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກລາງວັນ ແລະ ກິດຈະກໍາບັນເທີງອື່ນໆອີກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...