Homeຂ່າວຕ່າງປະເທດFacebook ແລະ Instagram ຢຸດການແບນ ໂດນັລ ທຣັມ

Facebook ແລະ Instagram ຢຸດການແບນ ໂດນັລ ທຣັມ

Published on

ວັນທີ 25 ມັງກອນ ເມຕາ (Meta) ບໍລິສັດດ້ານເທັກໂນໂລຊີຂະໜາດໃຫຍ່ຂອງອາເມຣິກາ ເປີດເຜີຍວ່າ: ຈະກູ້ບັນຊີເຟສບຸກ ແລະ ອິນສະຕາແກຣມຂອງ ໂດນັລ ທຣັມ ອະດີດປະທານາທິບໍດີສະຫະລັດອາເມຣິກາ ໃນອີກບໍ່ເທົ່າໃດອາທິດ ຫຼັງຈາກທີ່ລະງັບໃຊ້ງານຍ້ອນເຫດການມວນຊົນບຸກລັດຖະສະພາໃນວັນທີ 6 ມັງກອນ 2021.

ການກູ້ບັນຊີຄືນໃຫ້ກັບ ທຣັມ ອາດສົ່ງຜົນດີຕໍ່ການກຽມໂຕລົງສະມັກເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາອີກສະໄໝຂອງ ທຣັມ ທີ່ປະກາດໃນເດືອນພະຈິກ ປີກາຍນີ້ ເພາະວ່າທຣັມມີຜູ້ຕິດຕາມໃນເຟສບຸກເຖິງ 34 ລ້ານບັນຊີ ແລະ ອິນສະຕາແກຣມ 23 ລ້ານບັນຊີ.

ໂດຍກ່ອນໜ້ານີ້ ທຣັມ ກໍໄດ້ກັບມາໃຊ້ບັນຊີທະວິດເຕີໃນເດືອນພະຈິກປີກາຍນີ້ ແຕ່ຈົນຮອດຕອນນີ້ ກໍຍັງບໍ່ພົບເຫັນວ່າ ທຣັມ ຈະໂພສຫຍັງເລີຍ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...