spot_img
Homeຂ່າວພາຍ​ໃນເຮືອຫ້ວຍຊາຍຄວ້າອັນດັບ 1 ໃນການແຂ່ງຂັນຊ່ວງເຮືອ 4 ປະເທດ ຊີງຂັນເຈົ້າແຂວງບໍ່ແກ້ວ

ເຮືອຫ້ວຍຊາຍຄວ້າອັນດັບ 1 ໃນການແຂ່ງຂັນຊ່ວງເຮືອ 4 ປະເທດ ຊີງຂັນເຈົ້າແຂວງບໍ່ແກ້ວ

Published on

ວັນທີ 26 ມັງກອນ 2023 ເຮືອຫ້ວຍຊາຍ ຄວ້າລາງວັນທີ 1 ໃນການແຂ່ງຂັນຊ່ວງເຮືອຊາຍຊີງຂັນເຈົ້າແຂວງບໍ່ແກ້ວ ປະເພດ 30-35 ສີພາຍ ໄລຍະ 800 ແມັດ 4 ປະເທດ ໄທ ຈີນ ລາວ ແລະ ມຽນມາ ໃນເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023.

ການແຂ່ງຂັນຄັ້ງນີ້ມີຊ່ວງເຮືອຊາຍປະເພດ 30-35 ສີພາຍ ແລະ ມີ 8 ທີມເຂົ້າຮ່ວມຊີງໄຊຄື: ທີມເມືອງຕົ້ນເຜິ້ງ 1, ທີມ ເມືອງຕົ້ນເຜິ້ງ 2, ທີມ ເມືອງປາກທາ 1, ທີມເມືອງປາກທາ 2, ທີມເມືອງຫ້ວຍຊາຍ, ທີມເມືອງແສນ ປະເທດໄທ ທີມຕົວແທນ ສປ ຈີນ ແລະ ທີມທະນາຄານພັດທະນາລາວ.

ຜ່ານການແຂ່ງຜົນປາກົດວ່າ: ທີມເມືອງຫ້ວຍຊາຍສາມາດຍາດໄດ້ລາງວັນທີ 1 ( ໄດ້ຮັບເງິນສົດ 150 ລ້ານກີບ ພ້ອມຂັນລາງວັນ) ອັນດັບທີ 2 ແມ່ນທີມເມືອງປາກທາ 2 (ໄດ້ຮັບເງິນສົດ 100 ລ້ານກີບ ພ້ອມຂັນລາງວັນ) ແລະ ອັນດັບທີ 3 ໄດ້ແກ່ທີມເມືອງຕົ້ນເຜິ້ງ 1 ໄດ້ເງິນສົດ 50 ລ້ານກີບ ພ້ອມຂັນລາງວັນ ສ່ວນທີມທີ່ຕົກຮອບຈະໄດ້ຮັບລາງວັນຊົມເຊີຍທີມລະ15 ລ້ານກີບມີທັງໝົດ 5 ທີມ.

ສຳລັບເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຈັດຂຶ້ນວັນທີ 26 ມັງກອນ 2023 ທີ່ທ່ານໍ້າດອນຊາວ (ເຂດເສດຖະພິເສດສາມຫຼຽມຄຳ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງຕົ້ນເຜິ້ງ ທ່ານ ບຸນທອງ ແສງສີກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...