spot_img
Homeຂ່າວທ້ອງຖິ່ນການຢຸດເຊົາການໃຫ້ບໍລິການກິລາສະນຸກເກີ້ ທົ່ວເມືອງສາລະວັນ

ການຢຸດເຊົາການໃຫ້ບໍລິການກິລາສະນຸກເກີ້ ທົ່ວເມືອງສາລະວັນ

Published on

ອີງຕາມກົດຫມາຍວ່າດ້ວຍກິລາ-ກາຍະກໍາ ສະບັບເລກທີ 15/ສພຊ, ລົງວັນທີ 6 ກໍລະກົດ 2012.

ອິງຕາມ: ແຈ້ງການຂອງທ່ານຫົວຫນ້າຫ້ອງວ່າການປົກຄອງແຂວງ ສາລະວັນ ສະບັບເລກທີ 67/ຫວຂ.ສວ ລົງວັນທີ 2 ກຸມພາ 2021

ເລື່ອງ: ການຕັ້ງຮ້ານສະຫນຸກເກີ້ ໃນແຂວງສາລະວັນ.

ອົງການປົກຄອງເມືອງສາລະວັນຂໍ ຖືເປັນກຽດແຈ້ງການມາຍັງທ່ານຊາບວ່າ ໃນໄລຍະຜ່ານມາ ອົງການປົກຄອງ ເມືອງໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານກິລາກາຍຍະກໍາ ແລະ ໄດ້ບັນຈຸເຂົ້າໃນຫຼັກການຈັດການຮຽນ-ການສອນ ຍ້ອນວ່າ ໄດ້ມີການສົ່ງເສີມດ້ານການກິລາໃຫ້ກາຍເປັນຂອງທົ່ວປວງຊົນ ເພື່ອເຮັດໃຫ້ເຍົາວະຊົນ, ຊາວຫນຸ່ມໃນທົ່ວສັງຄົມມີ ສຸຂະພາບແຂງແຮງ, ແຕ່ກິລາປະເພດສະນຸກເກີ້ ໂດຍສະເພາະແມ່ນຮ້ານສະນຸກເກີ້ທົ່ວໄປເຫັນວ່າມີລັກສະນະຫຼໍ່ແຫຼມເຊີ່ງບັນດາຜູ້ປະກອບການໃນທົ່ວເມືອງໄດ້ເປີດບໍລິການກິລາສະນຸກເກີ້ຢ່າງກ້ວາງຂວາງເຮັດໃຫ້ເປັນແຫຼ່ງມົ້ວສຸມຂອງເຍົາວະຊົນ-ຊາວຫນຸ່ມ ແລະ ພະນັກງານລັດທະກອນເກີດມີປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ສະນັ້ນ,ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ເຈົ້າເມືອງໆສາລະວັນຈຶ່ງອອກແຈ້ງການດັ່ງນີ້:

  1. ໃຫ້ຜູ້ປະກອບການຢຸດເຊົາໃຫ້ບໍລິການກິລາສະນຸກເກີ້ໃນທົ່ວເມືອງສາລະວັນ (ນັບທັງທີ່ອະນຸຍາດ ແລະ ບໍ່ອະນຸຍາດ) ເລີ່ມແຕ່ເດືອນມັງກອນປີ2023 ເປັນຕົ້ນໄປ.
  2. ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດຫາກລະເມີດແຈ້ງການສະບັບນີ້ ມອບໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງຕັກເຕືອນ, ສ້າງບົດບັນທຶກກັບຜູ້ກ່ຽວພ້ອມທັງຕິດຕາມ, ແຕ່ຫາກຍັງຝ່າຝືນບໍ່ປະຕິບັດຕາມແຈ້ງການສະບັບນີ້ແລ້ວແມ່ນໃຫ້ເກັບມ້ຽນອຸປະກອນດັ່ງກ່າວດໍາເນີນການປັບໃຫມຕາມລະບຽບກົດຫມາຍຢ່າງເຂັ້ມງວດ.
  3. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນສົມທົບກັບເຈົ້າຫນ້າທີ່ ປກສ ເມືອງ, ອໍານາດການ ປົກຄອງບ້ານທີ່ມີສ່ວນກ່ຽວຂ້ອງຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ດັ່ງນັ້ນຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...