spot_img
Homeຂ່າວຕ່າງປະເທດໄທບໍ່ສົ່ງນັກກິລາແຂ່ງ "ກຸນ ຂະແມ" ຫຼື "ມວຍ" ລົງໃນຊີເກມ 2023

ໄທບໍ່ສົ່ງນັກກິລາແຂ່ງ “ກຸນ ຂະແມ” ຫຼື “ມວຍ” ລົງໃນຊີເກມ 2023

Published on

ກຳປູເຈຍ ຕັດສິນໃຈປ່ຽນຊື່ກິລາ “ມວຍ” ເປັນ “ກຸນ ຂະແມ” ເນື່ອງຈາກເຈົ້າພາບງານກິລາຊີເກມ 2023 ບໍ່ຢາກໃຊ້ຄຳວ່າ “ມວຍ” ຈຶ່ງເຮັດໃຫ້ໄທບໍ່ພໍໃຈ ແລະ ບໍ່ສົ່ງນັກກິລາແຂ່ງ “ກຸນ ຂະແມ” ໃນຊີເກມ 2023.

ຖືວ່າເປັນປະເດັນຕໍ່ສັງຄົມໃນປະເທດໄທຫຼາຍ ເມື່ອ ກຳປູເຈຍ ເຈົ້າພາບຊີເກມ 2023 ອ້າງສິດເຈົ້າພາບບໍ່ຂໍໃຊ້ຊື່ “ມວຍໄທ” ໜຶ່ງໃນກິລາທີ່ຈະມີການແຂ່ງຂັນຊີເກມ.

ໂດຍ ວັດ ຈຳເລີນ ເລຂາທິການຄະນະກຳມະການຈັດການແຂ່ງຂັນຊີເກມຂອງກຳປູເຈຍ (CAMSOC) ແລະ ຄະນະກຳມະການໂອລິມປິກແຫ່ງຊາດຂອງກຳປູເຈຍ (NOCC) ກ່າວວ່າ ການຕັດສິນໃຈປ່ຽນຊື່ຊະນິດກິລາຈາກ “ມວຍ” ເປັນ “ກຸນ ຂະແມ” ຢ່າງເປັນທາງການໃນຊີເກມ 2023 ກໍເພື່ອໃຫ້ສອດຄ່ອງກັບຄຳຄິດເຫັນຂອງປະຊາຊົນ ເນື່ອງຈາກຄຳວ່າ ມວຍໄທ ມາຈາກ ໄທ.

ແລະ ການປ່ຽນຊື່ “ກຸນ ຂະແມ” ຄັ້ງນີ້ ເຮັດໃຫ້ໄທ ຈະບໍ່ສົ່ງນັກກິລາແຂ່ງຂັນ “ກຸນ ຂະແມ” ເຊິ່ງເປັນກິລາທີ່ເຈົ້າພາບກຳປູເຈຍ ໃຊ້ເອີ້ນຊື່ກິລາມວຍ ຍ້ອນເຈົ້າພາບປ່ຽນຊື່ ທັ້ງທີ່ຜ່ານມາ ຊີເກມ ມີການຕົກລົງກັນໄວ້ແລ້ວວ່າໃຫ້ໃຊ້ຊື່ “ມວຍ”.

ທັ້ງນີ້ ກິລາ “ມວຍ” ເປັນກິລາທີ່ທັງ ໄທ ແລະ ກຳປູເຈຍ ຖົກຖຽງກັນວ່າຕົນເປັນຜູ້ເລີ່ມຕົ້ນກຳເນີດຂອງສິລິປະນີ້.

ກິລາ “ກຸນ ຂະແມ” ຈະມີພຽງແຕ່ 3 ປະເທດທີ່ຈະສົ່ງນັກກິລາໄປແຂ່ງຂັນໄດ້ແກ່ ກຳປູເຈຍ ລາວ ແລະ ມຽນມາ.

ແຫຼ່ງຂ່າວ Spring

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...