spot_img
Homeຂ່າວພາຍ​ໃນແຈ້ງການ ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ

ແຈ້ງການ ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ

Published on

ກະຊວງປ້ອງກັນຄວາມສະຫງົບ ກົມໃຫຍ່ພະລາທິການ ອອກໜັງສືແຈ້ງການ ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕຳຫຼວດ, ພະນັກງານບໍານານ.

ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມໃຫຍ່ພະລາທິການ ສະບັບເລກທີ 175/ປກສ, ລົງວັນທີ 31 ມັງກອນ 2012.

ອີງຕາມ ຄໍາແນະນໍາ ຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ສະບັບເລກທີ 3736/ກງ, ລົງວັນທີ 25 ພະຈິກ 2022.

ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງມາຍັງທ່ານຫົວຫນ້າ ຫ້ອງວ່າການ ກະຊວງ, ກົມໃຫຍ່, ກົມ, ກອງບັນຊາການ, 2ວິທະຍາຄານ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ ຂັ້ນ ແຂວງ – ນະຄອນຫຼວງຊາບ: ກ່ຽວກັບການຄິດໄລ່ດັດສະນີເງິນເດືອນພື້ນຖານ, ເພີ່ມອຸດຫນູນຄ່າຄອງຊີບ ຂອງນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານໃຫ້ຄິດໄລ່ ມູນຄ່າ 7.350 ກີບ/ດັດສະນີ ແລະ ເພີ່ມເງິນອຸດ ຫນຸນຄ່າຄອງ ຊີບ 150.000 ກີບ/ຄົນ/ເດືອນ (ເງິນອຸດຫນຸນຄ່າຄອງຊີບ ບໍ່ໃຫ້ຄິດໄລ່ພັນທະອາກອນ ແລະ ບໍ່ ຫັກ 8% ເຂົ້າ ປະກັນສັງຄົມ).
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...