spot_img
Homeຂ່າວພາຍ​ໃນດຳເນີນຄະດີຄົນລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ

ດຳເນີນຄະດີຄົນລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ

Published on

ໃນໂອກາດລາຍງານຢູ່ກອງປະຊຸມກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນໃນວັນທີ 16 ມັງກອນ 2023 ນີ້ ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ນະຄອນຫລວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ການລັກໃຊ້ໄຟຟ້າ ແມ່ນບັນຫາທີ່ບໍ່ໄດ້ເກີດຂຶ້ນສະເພາະຢູ່ແຕ່ປະເທດເຮົາ ແຕ່ຢູ່ຕ່າງປະເທດກໍ່ເກີດຂຶ້ນຫລາຍສົມຄວນ.

ໃນນີ້ ສະເພາະຢູ່ລາວເຮົາ ໄລຍະຜ່ານມາພະລັງງານໄຟຟ້າຕົກເຮ່ຍນອກລະບົບ ແມ່ນບັນຫາໜຶ່ງທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວຫລາຍສົມຄວນ, ເຊີ່ງໜຶ່ງໃນນັ້ນແມ່ນບັນຫາການລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ ໄດ້ສ້າງຄວາມເສຍຫາຍຈໍານວນບໍ່ໜ້ອຍ ເຮັດໃຫ້ມາຮອດປັດຈຸບັນ ສາມາດຈັບຜູ້ລັກລອບໃຊ້ໄຟຟ້າໄດ້ຫລາຍກວ່າ 100 ຄະດີ, ໃນນັ້ນ ສັ່ງຟ້ອງສານຕັດສິນໄປແລ້ວ 2 ຄະດີ ໃນຖານຄວາມຜິດໂທດອາຍາຖືກຕັດອິດສະພາບ 6 ເດືອນ, ແຕ່ສານໄດ້ພິຈາລະນາແລ້ວໃຫ້ຖ້າລົງອາຍາ ຫລື ຝາກໂທດໄວ້ ຖ້າເຮັດຜິດຄັ້ງທີສອງຈິ່ງເຂົ້າຄຸກ.

​ທ່ານໃຫ້ຮູ້ຕື່ມວ່າ: ລັດວິສາຫະກິດໄຟຟ້າລາວ ໄດ້ພະຍາຍາມຢ່າງສຸດຄວາມສາມາດເພື່ອແກ້ໄຂບັນຫາການລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນ, ໃນນີ້ ລວມເຖີງການໃຫ້ລາງວັນແກ່ຜູ້ທີ່ໃຫ້ຂໍ້ມູນ ຫລື ເບາະແສກ່ຽວກັບການລັກໃຊ້ໄຟຟ້າ ໂດຍໄດ້ກໍານົດວ່າ: ເມື່ອຈັບຜູ້ລັກໃຊ້ໄຟຟ້າໄດ້ ແລະ ມີການປັບໄໝໃນວົງເງິນບໍ່ເກີນ 1 ລ້ານກີບ, ເງິນດັ່ງກ່າວແມ່ນມອບໃຫ້ຜູ້ແຈ້ງຂໍ້ມູນໝົດເລີຍ ຫລື ໃຫ້ 100%, ຖ້າວົງເງິນປັບໄໝບໍ່ເກີນ 10 ລ້ານກີບ ແມ່ນມອບໃຫ້ຜູ້ໃຫ້ຂໍ້ມູນປະມານ 75% ຫລື ຖ້າຖ້າເງິນປັບໄໝຫລາຍກວ່າ 10 ລ້ານກີບ ແມ່ນຈະມອບໃຫ້ຜູ້ໃຫ້ຂໍ້ມູນ 50%. ເຊີ່ງໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ປັບໄຫຜູ້ລັກໃຊ້ໄຟຟ້າໂດຍບໍ່ຈ່າຍເງິນໄດ້ຫລາຍສິບຕື້ກີບ ເພາະນີ້ຖືເປັນມາດຕະການສໍາຄັນໜຶ່ງເພື່ອແກ້ບັນຫາການລັກໃຊ້ໄຟຟ້າທີ່ເກີດຂຶ້ນໃນປະເທດເຮົາໃຫ້ນັບມື້ຫລຸດລົງ.

ແຫຼ່ງຂ່າວ FM90

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...