spot_img
Homeຂ່າວຕ່າງປະເທດອະລັງການ! ຍີ່ປຸ່ນຈະສ້າງເມືອງໃຕ້ທະເລ ຫວັງຍ້າຍຄົນລົງໄປຢູ່ໄດ້!

ອະລັງການ! ຍີ່ປຸ່ນຈະສ້າງເມືອງໃຕ້ທະເລ ຫວັງຍ້າຍຄົນລົງໄປຢູ່ໄດ້!

Published on

4a83a421998322a74a63ea37599eb628.jpg

a563d501702a2953e82bce859cabe3f9.jpg

 

ຍີ່ປຸ່ນສະເໜີໂຄງການໃຫຍ່ມູນຄ່າ 3 ລ້ານລ້ານເຢນ ສ້າງເມືອງໃຕ້ທະເລ Ocean Spiral ຂຶ້ນ ແກ້ບັນຫາຂາດ

ແຄນທີ່ດິນເພື່ອຢູ່ອາໄສ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກນີ້ວ່າ ລັກສະນະຂອງ ໂອຊຽນ ສະໄປຣັນ ຈະເປັນໂດມຊົງກົມ

ຢູ່ໃຕ້ນ້ຳ ໂດຍບາງສ່ວນຈະໂຜ່ຂຶ້ນມາເໜືອຜິວນ້ຳ ແລະ ສາມາດຈົມລົງສູ່ໃຕ້ນ້ຳໄດ້ໃນກໍລະນີສະພາບອາກາດບໍ່ເປັນ

ໃຈ ເຊິ່ງດ້ານລຸ່ມຂອງໂດມຈະເປັນສ່ວນຂອງໂຄງສ້າງຮູບກຽວ ຍາວກ່ວາ 14 ກິໂລແມັດ ເຊິ່ງຈະເຊື່ອມກັບໂຮງງານ

ຜິວໂລກ (Earth factory) ທີ່ຈະຜະລິດພະລັງງານມາປ້ອນ ໃນຮູບແບບຂອງແກັສມີເທນ ຈາກດີອົກຊິດກາກບອນ

ທີ່ຜະລິດຈາກຈຸລະຊີບໃຕ້ທະເລ, ນອກຈາກນີ້ ຍັງອາໄສຄວາມແຕກຕ່າງຂອງອຸນຫະພູມນ້ຳທະເລ ໃນແຕ່ລະລະດັບ

ຄວາມເລິກ ເພື່ອຜະລິດພະລັງງານອີກດ້ວຍ.

 

2f0504eca9d73f4e64b1334f68ae1c55.jpg

 

ໃນແຕ່ລະໂດມຈະສາມາດເປັນທີ່ຢູ່ອາໄສ ຮອງຮັບຄົນໄດ້ 5,000 ຄົນ ລວມທັງມີອາຄານສຳນັກງານ, ໂຮງແຮມ ແລະ

ສູນລວມຄວາມບັນເທີງຢ່າງຄົບວົງຈອນຢູ່ໃຕ້ນ້ຳ, ການກໍ່ສ້າງຈະໃຊ້ເຣຊິນແທນຄອນກຣີດ ໂດຍໃຊ້ເງິນລົງທຶນກ່ວາ

3 ລ້ານລ້ານເຢນ ແລະ ຄາດວ່າຈະສ້າງສຳເລັດ ພ້ອມຍ້າຍຄົນລົງໄປຢູ່ໄດ້ໄວທີ່ສຸດໃນປີ 2030 ຫລືອີກ 16 ປີຂ້າງໜ້າ.

 

oce_img019

oce_img004

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...